spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 6 ຕຸລາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 6 ຕຸລາ

Published on

ວັນທີ 6 ຕຸລາ ປີ 2009 ຫຼືມື້ນີ້ເມື່ອ 7 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Demon’s Souls ເທິງເຄື່ອງ PS3 ທີ່ປະເທດສະຫະລັດອາເມຣິກາ. ໂດຍເກມນີ້ເປັນຜົນງານພັດທະນາຂອງຄ້າຍ FromSoftware ພາຍໃຕ້ການສະໜັບສະໜຸນໂດຍ SCE Japan Studio ຂອງ Sony ເພື່ອລົງໃຫ້ກັບເຄື່ອງ PS3 ແບບ Exclusive ເຊິ່ງເກມນີ້ຖືວ່າເປັນຕົ້ນກຳເນີດຂອງຊີຣີ Souls ຈົນມີເກມ Dark Souls ອອກມານຳອີກ 3 ພາກ ທີ່ຂຶ້ນຊື່ເລື່ອງຄວາມຍາກຂອງເກມຈົນຜູ້ຫຼິ້ນຕ່າງກໍຢາກດຶກຈອຍໃຫ້ເພຄາມືກັນມາແລ້ວ. 

ພລ໋ອດຂອງເກມ Demon’s Souls ຈະເລົ່າເຖິງໂລກສົມມຸດທີ່ມີທີມອອກແນວໝົ່ນໝອງ ຜູ້ຫຼິ້ນຈະໄດ້ສວມບົດເປັນຮີໂຣ້ທີ່ເດີນທາງມາທີ່ອານາຈັກໂບເລທາເຣຍ ທີ່ປົກຄອງໂດຍລາຊາອັລແລນທີ່ 12 ກະສັດຜູ້ກະຫາຍພະລັງອຳນາດ ເຊິ່ງພະອົງໄດ້ເຮັດພິທີສາດມືດເພື່ອຫວັງຈະຄອບຄອງພະລັງ ແຕ່ຜົນຂອງພິທີກຳນັ້ນໄດ້ນຳເອົາຄວາມວິບັດມາສູ່ນະຄອນໂບເລທາເຣຍ ຈົນມີໝອກຄຳສາບອອກມາປົກຄຸມໄປທົ່ວແຄວ້ນ ເຊິ່ງຮ້ອນເຖິງອານາຈັກເພື່ອນບ້ານທີ່ຕ້ອງສົ່ງທະຫານໄປສອດແນມເບິ່ງ ແຕ່ວ່າພໍເຂົ້າສູ່ເຂດໝອກຄຳສາບພັດບໍ່ມີໃຜລອດຊີວິດກັບມາໄດ້ເລີຍ, ທັງນີ້ ໂຕເອກຂອງເກມກໍເປັນອີກ 1 ນັກຮົບທີ່ຕ້ອງຝ່າໄປທີ່ໂບລາທາເຣຍເພື່ອຢຸດຄວາມໂອຫັງຂອງກະສັດຜູ້ຊົ່ວຮ້າຍນີ້ໃຫ້ໄດ້.

ເກມນີ້ເມື່ອເລີ່ມມາຈະໃຫ້ຜູ້ຫຼິ້ນໄດ້ເລືອກລັກສະນະຂອງໂຕລະຄອນທີ່ຫຼິ້ນ ນັບຕັ້ງແຕ່ເພດ, ຊື່, ເບົ້າໜ້າ ແລະສາຍທີ່ຕ້ອງການຫຼິ້ນ ໂດຍແຕ່ລະສາຍກໍຈະມີຄ່າສະເຕຕັສທີ່ແຕກຕ່າງກັນໄປ ລວມໄປເຖິງອາວຸດຊຸດປ້ອງກັນທີ່ໃສ່ໄດ້ນຳ, ນອກຈາກນີ້ ລະຫວ່າງເກມຈະມີສັດຕູໃຫ້ເຮົາກຳຈັດຫຼາກຫຼາຍ ເມື່ອໃດກໍຕາມທີ່ເຮົາສັງຫານສັດຕູແຕ່ລະໂຕໄດ້ ກໍຈະໄດ້ວິນຍານຂອງມັນມາ ເຊິ່ງວິນຍານຂອງເກມນີ້ກໍຄືກັບ “ເງິນ” ໃນເກມ RPG ອື່ນໆຫັ້ນແຫຼະ ມັນສາມາດນຳໄປໃຊ້ອັບເກຣດຄ່າ Status ຂອງເຮົາ ຫຼືໃຊ້ຊື້ອາວຸດປ້ອງກັນໃໝ່ໆໄດ້ ຢ່າງໃດກໍຕາມ ກໍຍັງມີຂໍ້ຄວນລະວັງກໍຄືຫາກຜູ້ຫຼິ້ນຖືກຂ້າຕາຍ ວິນຍານທີ່ເຮົາເກັບມາທັງໝົດກໍຈະຕົກ (Drop) ບ່ອນຈຸດທີ່ເຮົາຕາຍ ແລະພໍເຮົາເກີດໃໝ່ປຸບ ກໍຕ້ອງກັບຄືນໄປເກັບວິນຍານເຫຼົ່ານັ້ນກັບມາໃນຈຸດທີ່ເຮົາຕາຍ ແລະຖ້າເຮົາດວງຊວຍພັດໄປຕາຍຊ້ຳກ່ອນທີ່ຈະກູ້ວິນຍານສຳເລັດກໍຈະອົດເກັບວິນຍານນັ້ນຢ່າງຖາວອນເລີຍ ເຊິ່ງນີ້ກໍເປັນຈຸດມະຫາໂຫດທີ່ຜູ້ຫຼິ້ນຕ່າງກໍຕ້ອງລະມັດລະວັງບໍ່ໃຫ້ຕາຍ ທຸກການເລືອກຍ່າງ, ສັດຕູທີ່ເລືອກສູ້ ລ້ວນມີຄວາມໝາຍຕໍ່ຊະຕາຊີວິດຂອງເຮົາໃນເກມທັງໝົດ. 

Fact ເລັກນ້ອຍກ່ຽວກັບເກມ Demon’s Souls

  • ເກມ Demon’s Souls ເປັນພຽງ 1 ໃນເກມທີ່ພັດທະນາໂດຍທີມຈາກຍີ່ປຸ່ນທີ່ພັດໄປຂາຍດີໃນຕະຫຼາດຕາເວັນຕົກ ໂດຍສາມາດເຮັດຍອດຂາຍທົ່ວໂລກໄດ້ທີ່ 1.7 ລ້ານຊຸດ ທັງໆທີ່ຍອດຂາຍໃນຍີ່ປຸ່ນມີພຽງແຕ່ 135,000 ຊຸດເທົ່ານັ້ນ ແລະນີ້ກໍຄືການປັກຮາກຖານສຳຄັນຂອງຊີຣີ Souls ໃນທະວີບອາເມຣິກາແລະຢຸໂຣບ ດ້ວຍທີມແນວອັດສະວິນໃນຍຸກກາງ, ຄວາມຍາກຂອງເກມອັນເປັນເອກກະລັກທີ່ຜູ້ຫຼິ້ນຕາເວັນຕົກຕ້ອງການມາດົນ ເລີຍເຮັດໃຫ້ເກມຊີຣີນີ້ໄດ້ຮັບຄວາມນິຍົມແບບລົ້ນຫຼາກັນເລີຍ. 

  • ຈາກຄຸນະພາບທີ່ດີສຸດໆຂອງເກມ Demon’s Souls ຈຶ່ງເຮັດໃຫ້ເກມນີ້ໄດ້ຮັບລາງວັນເກມ RPG ສຸດຍອດແຫ່ງປີ 2009, ຈາກສຳນັກຂ່າວເກມທົ່ວໂລກກວ່າ 70 ສຳນັກ. ໂດຍທີມພັດທະນາ FromSoftware ເອງກໍມີຊື່ສຽງໂດ່ງດັງໃນໝູ່ຄົນຫຼິ້ນເກມກໍເພາະເກມນີ້ນັ້ນເອງ

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...