spot_img
Homeຂ່າວຕ່າງປະເທດອະດີດນາຍົກປອກຕຸຍການ ກຽມຂຶ້ນຮັບຕຳແໜ່ງ ເລຂາທິການໃຫຍ່ ສປຊ ຜູ້ໃໝ່!

ອະດີດນາຍົກປອກຕຸຍການ ກຽມຂຶ້ນຮັບຕຳແໜ່ງ ເລຂາທິການໃຫຍ່ ສປຊ ຜູ້ໃໝ່!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ຕຸລານີ້ວ່າ ທ່ານ ອັນໂຕນິໂອ ກູເຕີເຣສ ອາຍຸ 67 ປີ ອະດີດນາຍົກລັດຖະມົນຕີປອກຕຸຍການ ກຽມຂຶ້ນຮັບຕຳແໜ່ງເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຕໍ່ຈາກທ່ານ ບັນກີມູນ ທີ່ຈະໝົດວາລະຕຳແໜ່ງລົງ ພາຍໃນທ້າຍປີ 2016 ນີ້ ຫລັງຈາກທີ່ດຳລົງຕຳແໜ່ງດັ່ງກ່າວ 2 ສະໄໝຕິດຕໍ່ກັນ. ອີງຕາມຜົນຂອງການທາບທາມຫາງສຽງ ຢ່າງບໍ່ເປັນທາງການ 6 ຮອບ ພາຍໃນຄະນະມົນຕີຄວາມໝັ້ນຄົງ ແຫ່ງ ສະຫະປະຊາຊາດ ພົບວ່າ ທ່ານ ກູເຕີເຣສ ໄດ້ຮັບຄະແນນສຽງສະໜັບສະໜູນຢ່າງເປັນເອກະພາບ ໂດຍທີ່ບໍ່ມີສຽງຄັດຄ້ານໃດໆ.

ແນວໃດກໍຕາມ ການລົງມະຕິຮັບຮອງເອົາຢ່າງເປັນທາງການ ຈະມີຂຶ້ນໃນມື້ນີ້ (6 ຕຸລາ) ເພື່ອຮັບຮອງເອົາການສະເໜີຊື່ແຕ່ງຕັ້ງ ທ່ານ ກູເຕີເຣສ ຢ່າງເປັນທາງການ ແລະ ມີກຳນົດເຂົ້າຮັບຕຳແໜ່ງ ໃນວັນທີ 1 ມັງກອນ 2017.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...