Homeຂ່າວທ້ອງຖິ່ນແຂວງເຊີນລາ ຊ່ວຍທຶນສ້າງໂຮງຮຽນ ປະຖົມບ້ານແກ້ງ ເມືອງໄຊຍະບູລີ ມູນຄ່າ 5 ຕື້ດົງ

ແຂວງເຊີນລາ ຊ່ວຍທຶນສ້າງໂຮງຮຽນ ປະຖົມບ້ານແກ້ງ ເມືອງໄຊຍະບູລີ ມູນຄ່າ 5 ຕື້ດົງ

Published on

ທ່ານ ຮວາງ ວັນເຈີດ ເຈົ້າແຂວງເຊີນລາ ປະທານສະພາປະຊາຊົນແຂວງ ເຊີນລາ ສສ ຫວຽດນາມ ໄດ້ມອບທຶນຊ່ວຍເຫລືອລ້າ ຈຳນວນ 5 ຕື້ດົງ ໃຫ້ແກ່ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ເພື່ອນຳໃຊ້ເຂົ້າໃນ ການກໍ່ສ້າງໂຮງຮຽນ ປະຖົມບ້ານແກ້ງ ເມືອງ ແລະ ແຂວງ ໄຊຍະບູລີ ໃນວັນທີ 4 ຕຸລາ 2016, ໂອກາດດຽວກັນນີ້ ທັງສອງແຂວງ ຍັງໄດ້ຮ່ວມກັນ ລົງນາມ ໃນບົດບັນທຶກການຮ່ວມມື ສອງຝ່າຍອີກດ້ວຍ.
ການຮ່ວມມື ຊ່ວຍເຫລືອຄັ້ງນີ້ ໄດ້ມີຂຶ້ນໃນລະຫວ່າງ ການຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊຍະບູລີ ຂອງທ່ານ ຮວາງ ວັນເຈີດ ພ້ອມດ້ວຍຄະນະ ໃນລະຫວ່າງ ວັນທີ 3-5 ຕຸລານີ້ ໂດຍສອງ ແຂວງ ຈະສືບຕໍ່ອຳນວຍຄວາມສະດວກ ໃຫ້ບັນດາຫົວໜ່ວຍ ທຸລະກິດແຂວງ ເຊີນລາ ເກັບກຳຂໍ້ມູນ ການຜະລິດເພື່ອສະໜອງ ແນວພັນພືດ, ພໍ່ພັນ, ແມ່ພັນສັດລ້ຽງ, ພ້ອມທັງ ພົວພັນຮ່ວມມືກັບ ຫົວໜ່ວຍທຸລະກິດ ແຂວງໄຊຍະບູລີ ໃຫ້ຫລາຍຂຶ້ນ. ພ້ອມນັ້ນຍັງ ຈະໄດ້ເພີ່ມທະວີ ການຮ່ວມມື ມິດຕະພາບ, ສົ່ງເສີມການຄ້າ ການໂຄສະນາ ຜົນສຳເລັດ ຂອງບັນດາຫົວໜ່ວຍທຸລະກິດ ຂອງສອງແຂວງ ໄຊຍະບູລີ-ເຊີນລາ, ທັງເຂົ້າຮ່ວມການ ວາງສະແດງສິນຄ້າ ຕະຫລາດນັດ ເຊິ່ງກັນ ແລະ ກັນ, ເພື່ອເປັນ ການໂຄສະນາ ຂາຍຜະລິດຕະພັນ ທ້ອງຖິ່ນ, ທັງສອງຝ່າຍ ຈະສືບຕໍ່ຮ່ວມມື ກໍ່ສ້າງຊັບພະຍາກອນມະນຸດຕາມແຜນປີຂອງແຂວງ ເຊີນລາ ສົກ 2017-2018 ແຂວງ ເຊີນລາ ຈະຮັບເອົານັກຮຽນແຂວງ ໄຊຍະບູລີ ໄປຮຽນຕໍ່ທີ່ ແຂວງເຊີນລາ ແຕ່ຊັ້ນກາງ, ຊັ້ນສູງ ແລະ ປະລິຍາຕີ ຈຳນວນ 20 ຄົນ. ພ້ອມ ທັງເປີດກວ້າງການຮຽນ ດ້ວຍທຶນສ່ວນຕົວ ໃນສະຖາບັນ ການສຶກສາຂອງແຂວງ ເຊີນລາ, ເພີ່ມທະວີ ການແລກປ່ຽນບົດຮຽນ ດ້ານສິລະປະ ວັນນະຄະດີ ວັດທະນະທຳ, ທັງສອງແຂວງ ຕ້ອງປະຕິບັດແນວ ທາງການຕ່າງປະເທດ ປະສານສົມທົບຕ້ານ ແລະ ສະກັດກັ້ນ ການລຳລຽງຢາເສບຕິດ ຜ່ານຊາຍແດນ ບົນພື້ນຖານ ບົດບັນທຶກການຮ່ວມມື ທີ່ກະຊວງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງສອງຊາດໄດ້ ລົງນາມຮ່ວມກັນ.
ໃນສົກປີ 2014-2016 ແຂວງ ເຊີນລາ ໄດ້ຮັບນັກຮຽນ ຈຳນວນ 58 ນ້ອງໄປຮຽນ ວິຊາຊີບ 47 ຄົນ ແລະ ທຶນສ່ວນຕົວ 9 ຄົນ, ນອກຈາກປະກອບສ່ວນ ເຂົ້າໃນແຜນຍຸດທະສາດ ການພັດທະນາ ຊັບພະຍາກອນມະນຸດ ໃນໄລຍະຍາວນານແລ້ວ, ແຂວງເຊີນລາ ຍັງໄດ້ເປີດການບຳລຸງ ພາສາ ຫວຽດນາມ ໃຫ້ພະນັກງານ 8 ແຂວງພາກເໜືອ, ໃນນັ້ນແຂວງ ໄຊຍະບູລີ ກໍມີ 5 ທ່ານໄດ້ເຂົ້າ ບຳລຸງຮ່ຳຮຽນເປັນໄລຍະ 3 ເດືອນ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...