Homeຂ່າວພາຍ​ໃນລັດເສຍລາຍໄດ້ມະຫາສານ ຈາກການຍົກເວັ້ນພາສີນ້ຳມັນ

ລັດເສຍລາຍໄດ້ມະຫາສານ ຈາກການຍົກເວັ້ນພາສີນ້ຳມັນ

Published on

 

DSC_7417

 

ທ່ານນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​​ໃຫ້​ຮູ້​ວ່າ:

​ໃນ​​ໄລຍະ​ຜ່ານ​ມາ ລັດ​ສູນ​ເສຍ​ລາຍ​ຮັບ​ຢ່າງ​ຫລວງຫລາຍ​ຈາກ​ການ​ຍົກ​ເວັ້ນພາສີ​​ນຳ​ເຂົ້ານ້ຳມັນ

​ໂດຍ​ສະ​ເພາະ​ການ​ນຳ​ເຂົ້າ​ເພື່ອ​ນຳ​​ໃຊ້​ໃນ​ໂຄງການ​ຂອງ​ລັດ.

 

ທ່ານລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ກ່າວ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ການ​ຍົກ

​ເວັ້ນພາສີ​ນຳ​ເຂົ້ານ້ຳມັນ​ເປັນ​ຈຳນວນ​ຫລາຍ​ນັ້ນ ກໍ​ແມ່ນ​ສາ​ເຫດ​ໜຶ່ງ​ທີ່​ເຮັດ​ໃຫ້ການ​ເກັບ​ລາຍ​ຮັບ

​ເຂົ້າງົບປະມານ​ບໍ່​ໄດ້​ຕາມ​ເປົ້າໝາຍ. ການ​ຍົກ​ເວັ້ນສ່ວນ​ຫລາຍ​ແມ່ນ​ເພື່ອ​ມາ​ຮັບ​ໃຊ້​ໃຫ້​ແກ່​ບັນດາ

​ໂຄງການ​ຂະໜາດ​ໃຫຍ່ຂອງ​ລັດ ຄື​ກໍ່ສ້າງ​ເຂື່ອນ​ໄຟຟ້າ, ​ໂຄງການ​ບໍ່​ແຮ່, ຂະ ຫຍາຍ​ຕາໜ່າງ​ໄຟຟ້າ

​ແລະ ອື່ນໆ.

 

​ເຖິງ​ວ່າ​ກົດໝາຍ​ສົ່ງ​ເສີມ​ການ​ລົງທຶນ​ສະບັບ​ໃໝ່​ ຈະ​ໄດ້​ຫລີກ​ເວັ້ນບໍ່​ໃຫ້ມີ​ການ​ຍົກ​ເວັ້ນພາສີ​ອາກອນ

​ນຳ​ເຂົ້ານ້ຳມັນ​ກໍ​ຕາມ, ​ແຕ່​ກໍ​ຍັງ​ມີ​ບາງ​ໂຄງການ​ທີ່​ໄດ້​ຮັບ​ອະນຸມັດ​ຍົກ​ເວັ້ນພາສີ​ນ້ຳມັນ​ຢູ່​ ເນື່ອງ​ຈາກ​

ໄດ້​ສ້າງຂຶ້ນກ່ອນ​ກົດໝາຍ​ສົ່ງ​ເສີມ​ການ​ລົງທຶນ​ສະບັບ​ໃໝ່ ​ຈະ​ມີ​ຜົນ​ນຳ​ໃຊ້ ​ແລະ ການ​ອະນຸຍາດ​ນຳ​

ເຂົ້ານ້ຳມັນ​ບໍລິສັດ​ໜຶ່ງ​ ຈະ​ບໍ່​ໃຫ້​ຖື​ເອກະສານ 2 ຊຸດ ທີ່​ເປັນ​ການ​ນຳ​ເຂົ້ານ້ຳມັນ​ຊະນິດ​ດຽວ​ກັນ ​ແລະ

ດ່ານ​ດຽວ​ກັນ ​ແລະ ຕ້ອງ​ນຳ​ເຂົ້າ​ໃຫ້​ໝົດ​ຕາມ​ປະລິມານ​ທີ່​ກຳນົດ ຫລື ຍັງ​ເຫລືອໜ້ອຍ​ກວ່າ 30%

ຂອງ​ການ​ນຳ​ເຂົ້າ​ເບື້ອງຕົ້ນກ່ອນ​ຈະ​ອະນຸຍາດ​ນຳ​ເຂົ້າ​ເພີ່ມ​ຕື່ມ, ທັງ​ນີ້​ເພື່ອ​ຮັບປະກັນ​ບໍ່​ໃຫ້​ມີ​ການ​

ນຳ​ເຂົ້າທີ່​ເກີນ​ຄວາມ​ສາມາດ​ຂອງ​ປ້ຳ ຫລື ສາງ ອັນ​ຈະ​ເປັນສາ​ເຫດ​ຕົ້ນຕໍ​ຂອງ​ການ​ລັກລອບ​ນ້ຳມັນ

​ໄປ​ຊື້ – ຂາຍ​ຊະຊາຍ ເປັນ​ການ​ປັ່ນ​ປ່ວນ​ຂອງ​ຕະຫລາດນ້ຳມັນ​ພາຍ​ໃນ​ປະ​ເທດ. ​ ແນວ​ໃດ​ກໍ​ຕາມ,

ການ​ສືບຕໍ່​ນຳ​ໃຊ້​ລາຄາ​ກາງ ​ເພື່ອ​ແຈ້ງ​​ເສຍ​ພາສີ​ -ອາກອນ​ນຳ​ເຂົ້າ ຍັງ​ບໍ່​ທັນ​ແມ່ນ​ລາຄາ​ຕົວ​ຈິງ

​ເຊິ່ງ​ເຮັດ​ໃຫ້​ລັດ​ເສຍ​ລາຍ​ຮັບ​ທີ່​ສາມາດ​ເກັບ​ຈາກ​ການ​ນຳ​ເຂົ້ານ້ຳມັນ​ໃນ​ແຕ່ລະ​ປີ ແລະ ທັງ​ບໍ່​ສອດ

ຄ່ອງ​ກັບ​ພັນທະ​ສັນຍາ​ທີ່ ສປປ ລາວ ມີ​ຕໍ່​ອົງການ​ການ​ຄ້າ​ໂລກ​ ກ່ຽວ​ກັບ​ການ​ລຶບລ້າງ​ລາຄາ​ກາງ

ຂອງ​ມູນ​ຄ່າ​ການ​ແຈ້ງ​ພາສີ​ສຳລັບ​ການ​ນຳ​ເຂົ້າລາຄາ​ນ້ຳມັນ​ເຊື້ອ​ໄຟ ​ແລະ ສະ​ເພາະ 6 ​ເດືອນ​ຕົ້ນ

ສົກ​ປີ 2014 ລັດ​ໄດ້​ສູນ​ເສຍ​ລາຍ​ຮັບ​ຈາກ​ການ​ຍົກ​ເວັ້ນພາສີ – ອາກອນ​ນ້ຳມັນ​ເຖິງ 174 ຕື້ກວ່າ​ກີບ.

 

ແຫຼ່ງຂ່າວ: ໜັງສືພິມລາວພັດທະນາ

 

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...