spot_img
Home​ຂ່າວບັນເທິງທັງ 20 ຜູ້ເຂົ້າປະກວດນາງສາວລາວ ພ້ອມແລ້ວໃນມື້ຕັດສິນຮອບສຸດທ້າຍ 8 ຕຸລານີ້! ໃຜຈະໄດ້ເປັນນາງສາວລາວ 2016

ທັງ 20 ຜູ້ເຂົ້າປະກວດນາງສາວລາວ ພ້ອມແລ້ວໃນມື້ຕັດສິນຮອບສຸດທ້າຍ 8 ຕຸລານີ້! ໃຜຈະໄດ້ເປັນນາງສາວລາວ 2016

Published on

ໂຄ້ງສຸດທ້າຍແລ້ວສຳລັບການປະກວດນາງສາວລາວ 2016 ເພາະນັບເວລາຖອຍຫຼັງຍັງເຫຼືອພຽງແຕ່ 3 ມື້ ກໍ່ຈະຮອດວັນຕັດສິນຮອບສຸດທ້າຍຂອງການປະກວດນາງສາວ ເວທີຍິ່ງໃຫຍ່ລະດັບປະເທດ ນາງສາວລາວ 2016 ສະນັ້ນ ບັນເທີງດາລາ ກັບ ກໍ່ບໍ່ພາດທີ່ຈະໄປສືບຂ່າວກິດຈະກຳການເຄື່ອນໄຫວຂອງທັງ 20 ສາວງາມຜູ້ເຂົ້າປະກວດມາອັບເດດໃຫ້ແຟນເພສໄດ້ຮູ້ນຳກັນ ເຊິ່ງໃນມື້ນີ້ ທີມງານກອງປະກວດ ພ້ອມດ້ວຍ 20 ນາງສາວຜູ້ເຂົ້າປະກວດໄດ້ພາກັນມາຊ້ອມຍ່າງ ແລະ ການສະແດງຄັ້ງສຸດທ້າຍ ເພື່ອກຽມພ້ອມຂຶ້ນເວທີໃນວັນທີ 8 ຕຸລາ

ເຊິ່ງບັນຍາກາດກໍ່ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ທຸກນາງສາວແມ່ນມີຄວາມຕັ້ງໃຈໃນຝຶກຊ້ອມ ເພື່ອເຮັດໃຫ້ງານໃນມື້ຮອບຕັດສິນອອກມາດີທີ່ສຸດ ດັ່ງນັ້ນ ແອັດມິນເລີຍມີຮູບພາບ ແລະ ວິດີໂອບັນທຶກການເຄື່ອນໄຫວກິດຈະກຳຂອງທັງ 20 ນາງສາວ ທີ່ສຳຄັນມີບົດທົດສອບທັງ 20 ນາງສາວທີ່ງານນີ້ໄດ້ເຮັດໃຫ້ມີນ້ຳຕາຖ້ວມຈໍແນ່ນອນ ແລ້ວຈະຊ້າຢູ່ເຮັດຫຍັງເຮົາມາເບິ່ງນຳກັນເລີຍ

842-1 842-2 842-3 842-4 842-5 842-7

ນາງສາວລາວ 2016 ນີ້ຈະແມ່ນຫມາຍເລກໃດ? ຢ່າລືມສົ່ງແຮງໃຈ ເຊຍບັນດານາງສາວທັງ 20 ໝາຍເລກ

ຫຼື ຊົມຜ່ານໂທລະສັບມືຖືໄດ້ແບບສົດໆ
ໂດຍຜ່ານ ແອ໋ບພລິເຄຊັ່ນ TV LAO
ພຽງເຂົ້າໄປດາວໂຫລດ ແອ໋ບ TVLAO
ໄດ້ທັງລະບົບ IOS ແລະ Android

ພົບກັນ ໃນວັນປະກວດຮອບຕັດສິນ ວັນທີ 8 ຕຸລາ 2016, ທີ່ ໂຮງແຮມ ແລນມາກ ແມ່ຂອງ
ຖ່າຍທອດສົດ ທີວີລາວ, ເວລາ 19:00ໂມງ ເປັນຕົ້ນໄປ


ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...