spot_img
Homeຂ່າວຕ່າງປະເທດຕວກກີສັ່ງງົດປະຕິບັດໜ້າທີ່ຊົ່ວຄາວ ຕຳຫລວດ 12 ພັນກວ່າຄົນ ສົງໄສພົວພັນລັດຖະປະຫານ!

ຕວກກີສັ່ງງົດປະຕິບັດໜ້າທີ່ຊົ່ວຄາວ ຕຳຫລວດ 12 ພັນກວ່າຄົນ ສົງໄສພົວພັນລັດຖະປະຫານ!

Published on

ສຳນັກຂ່າວຣອຍເຕີ ລາຍງານໃນວັນທີ 4 ຕຸລາຜ່ານມານີ້ວ່າ ລັດຖະບານຕວກກີ ມີຄຳສັ່ງໃຫ້ງົດປະຕິບັດໜ້າທີ່ຊົ່ວຄາວ ເຈົ້າໜ້າທີ່ຕຳຫລວດ 12,801 ຄົນ ທີ່ຖືກສົງໄສວ່າ ມີສ່ວນກ່ຽວຂ້ອງກັບເຫດການລັດຖະປະຫານທີ່ຫລົ້ມເຫລວ ເມື່ອວັນທີ 15 ກໍລະກົດທີ່ຜ່ານມາ ໂດຍຄຳສັ່ງດັ່ງກ່າວນີ້ມີຂຶ້ນ ພາຍຫລັງທີ່ກະຊວງພາຍໃນຕວກກີ ໄດ້ແຕ່ງຕັ້ງຄະນະກຳມະການສວບສວນຕຳຫລວດຂຶ້ນ ໂດຍບັນດາຕຳຫລວດທີ່ຖືກສັງງົດປະຕິບັດໜ້າທີ່ໃນຄັ້ງນີ້ ປະກອບມີຕຳຫລວດລະດັບຜູ້ບັນຊາການລວມຢູ່ນຳເຖິງ 2,523 ຄົນ ໃນຂະນະທີ່ກອງກຳລັງຕຳຫລວດທົ່ວປະເທດ ມີກຳລັງພົນປະມານ 250,000 ຄົນ.

ທັງນີ້ ລັດຖະບານຕວກກີ ໄດ້ດຳເນີນການກວາດລ້າງຢ່າງໃຫຍ່ ໂດຍໄດ້ສັ່ງປົດ ຫລື ງົດການປະຕິບັດໜ້າທີ່ຊົ່ວຄາວ ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ຜູ້ພິພາກສາແລ້ວທັງໝົດ 100,000 ຄົນ, ພ້ອມກັນນັ້ນ ມີພົນລະເມືອງປະມານ 32,000 ຄົນ ຖືກຈັບກຸມ ຊຶ່ງລັດຖະບານເຊື່ອວ່າ ມີສ່ວນຮ່ວມກັບການພະຍາຍາມເຮັດລັດຖະປະຫານທີ່ຫລົ້ມເຫລວ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...