Homeຂ່າວທ້ອງຖິ່ນຈໍາປາສັກນໍາເຂົ້າ ແນວພັນປາຈາກໄທ ກວ່າ 20 ລ້ານໂຕຕໍ່ປີ ຍ້ອນຂະຫຍາຍເອງບໍ່ພຽງພໍ ກັບຄວາມຕ້ອງການ!

ຈໍາປາສັກນໍາເຂົ້າ ແນວພັນປາຈາກໄທ ກວ່າ 20 ລ້ານໂຕຕໍ່ປີ ຍ້ອນຂະຫຍາຍເອງບໍ່ພຽງພໍ ກັບຄວາມຕ້ອງການ!

Published on

ຂປລ. ​ແຂວງ​ຈໍາປາ​ສັກ​ ຍັງ​ສືບ​ຕໍ່​ນໍາເຂົ້າແນວພັນປາຊະນິດຕ່າງໆ ຈາກປະເທດເພື່ອນບ້ານໃກ້ຄຽງໃນແຕ່ລະປີ ມີຈໍານວນຫລາຍກວ່າ 20 ລ້ານໂຕ ​ສາ​ເຫດ​ຍ້ອນ​ຂາດ​ພາຍ​ໃນ ບໍ່​ສາມາດ​ຕອບ​ສະໜອງ​ໄດ້.

ທ່ານ ຂຸນບົວລົມ ວົງຫາຈັກ ຫົວໜ້າສະຖານີຄົ້ນຄວ້າ ແລະ ຂະຫຍາຍແນວພັນປາຫຼັກ 8 ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໃຫ້ຮູ້ວ່າ: ສະຖານີຄົ້ນຄວ້າ ແລະ ຂະຫຍາຍແນວພັນປາ ໄດ້ທໍາການຄົ້ນຄວ້າ ແລະ ຜະລິດແນວພັນປາປະເພດຕ່າງໆຄື: ປານິນ, ປາໄນ, ປາປາກ, ປາຈີນ, ປາດຸກ, ປາເອິນ, ປາເຄິງ, ປາຊວຍ, ປາພອນ ເຊິ່ງປາແຕ່ລະຊະນິດ ແມ່ນຈະໃຊ້ເວລາໃນການເພາະພັນແຕກຕ່າງກັນ ໂດຍອີງໃສ່ວ່າ: ປາຊະນິດນີ້ ມີຄວາມເໝາະສົມໃນການເພາະພັນໃນເດືອນນີ້ ກໍທໍາການເພາະພັນເລີຍ ແຕ່​ເມື່ອເພາະພັນອອກມາ ແມ່ນໃຊ້ເວລາ 45-60 ວັນກໍສາມາດຈໍາໜ່າຍໄດ້. ສະເພາະລາຄາຈໍາໜ່າຍປານິນ, ປາໄນ, ປາດຸກ 200 ກີບຕໍ່ໂຕ; ປາເອິນ, ປາພອນ, ປາເຄິງ  1.500-2.000 ກີບຕໍ່ໂຕ ຕາມຂະໜາດຂອງໂຕປາ ແລະ ໃນແຕ່ລະປີ ສະຖານີມີຄວາມສາມາດ ຜະລິດແນວພັນປາໄດ້ທັງໝົດປະມານ 1,5 ລ້ານໂຕ, ທັງໆທີ່ມີຄວາມຕ້ອງການຜະລິດ 10-20 ລ້ານໂຕຕໍ່ປີ,  ຕໍ່ກັບຜົນຜະລິດດັ່ງກ່າວ ແມ່ນຍັງບໍ່ທັນສາມາດຕອບສະໜອງ ກັບຄວາມຕ້ອງການດ້ານແນວພັນ ໃຫ້ແກ່ຊາວກະສິກອນ ກໍ່ຄືຜູ້ທີ່ມີອາຊີບລ້ຽງປາຂາຍ ຈຶ່ງຈໍາເປັນຕ້ອງໄດ້ນໍາເຂົ້າແນວພັນປາຈາກປະເທດໄທ ໃນແຕ່ລະປີຫຼາຍກວ່າ 20 ລ້ານໂຕ.

 

ແຫລ່ງຂ່າວ:

ຂປລ

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...