Homeຂ່າວທ້ອງຖິ່ນ5 ປີຜ່ານມາມີພັນກວ່າສະຫາຍຖືກໃຫ້ອອກສະມາຊິກພັກຍ້ອນຜິດລະບຽບ ແລະ ສໍ້ລາດບັງຫລວງ

5 ປີຜ່ານມາມີພັນກວ່າສະຫາຍຖືກໃຫ້ອອກສະມາຊິກພັກຍ້ອນຜິດລະບຽບ ແລະ ສໍ້ລາດບັງຫລວງ

Published on

ຄະນະກວດກາສູນກາງພັກ ໃຫ້ຮູ້ວ່າ: ພາຍຫລັງພັກ ແລະ ລັດຖະບານ, ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເພື່ອແກ້ໄຂບັນຫາອາດຍາສິດ ແລະ ຕ້ານການສໍ້ລາດບັງຫລວງຢ່າງເຂັ້ມງວດ ເພື່ອແນໃສ່ສ້າງຄວາມເຂັ້ມແຂງພາຍໃນພັກ ແລະ ຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VII (2011-2015) ບັນລຸເປົ້າໝາຍວາງໄວ້, ຄະນະກວດກາສູນກາງພັກໄດ້ເຄື່ອນໄຫວຕິດຕາມກວດພົບ 734 ເປົ້າໝາຍທີ່ມີການສໍ້ລາດບັງຫລວງ, ຊຶ່ງໄດ້ສ້າງຄວາມເຊື່ອມເສຍຕໍ່ພາບພົດບົດບາດການຊີ້ນໍາ-ນໍາພາຂອງພັກ ແລະ ສ້າງຄວາມເສຍຫາຍງົບປະມານຂອງລັດເປັນຈຳນວນມະຫາສານ.

ຄະນະກວດກາສູນກາງພັກ ໃຫ້ຮູ້ວ່າ: ນັບແຕ່ປີ 2011 ເປັນຕົ້ນມາ, ຜ່ານການປະຕິບັດງານກວດກາຕົວຈິງໄດ້ພົບເຫັນສະມາຊິກພັກທີ່ມີການລະເມີດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ຖືກປະຕິບັດລະບຽບວິໄນລະດັບຕ່າງໆ ຄື: ຄະນະພັກແຂວງຖືກກ່າວເຕືອນ 1 ແຂວງ, ຕິເຕືອນຄະນະພັກເມືອງ 7 ເມືອງ, ຕິເຕືອນ 3 ໜ່ວຍພັກ, ກ່າວເຕືອນ 3 ໜ່ວຍພັກ, ຍຸບການຈັດຕັ້ງ 3 ໜ່ວຍພັກ, ສະມາຊິກພັກຖືກປະຕິບັດວິໄນ 1.806 ສະຫາຍ, ຍິງ 173 ສະຫາຍ, ໃນນີ້ໃຫ້ອອກຈາກການເປັນສະມາຊິກພັກ 1.007 ສະຫາຍ, ສໍາລັບ ການກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງກວດພົບ 734 ເປົ້າໝາຍ ສ້າງຄວາມເສຍຫາຍ 4.145,86 ຕື້ກີບ, 70.77 ລ້ານໂດລາສະຫະລັດ, 381.68 ລ້ານບາດ (ສະກຸນເງິນໄທ) ແລະ 539.518 ຢວນ (ສະກຸນເງິນຈີນ), ໃນນີ້ສາມາດເກັບກູ້ຄືນໄດ້ 790.43 ຕື້ກີບ, 10.91 ລ້ານໂດລາສະຫະລັດ, 36.19 ລ້ານບາດ ແລະ 539.518 ຢວນ, ກວດພົບເຫັນການລັກລອບຂຸດຄົ້ນຊື້-ຂາຍໄມ້ຜິດກົດໝາຍ 303.193.297 ແມັດກ້ອນ, ໄດ້ຮັບຄຳຮ້ອງ ແລະ ຄຳສະເໜີໃນທົ່ວປະເທດ 3.640 ສະບັບ, ຄົ້ນຄວ້າແກ້ໄຂໄດ້ 2.719 ສະບັບ, ໂດຍຂໍ້ສະເໜີທີ່ພົ້ນເດັ່ນແມ່ນບັນຫາພົວພັນຂໍ້ຂັດແຍ່ງດ້ານທີ່ດິນເຮືອນ, ການດຳເນີນທຸລະກິດ ແລະ ຄວາມບໍ່ພໍໃຈຕໍ່ກັບການຕັດສິນຂອງສານເປັນຕົ້ນ ແລະ ໃນຕໍ່ໜ້ານີ້, ຍິ່ງຈະສືບຕໍ່ເອົາໃຈໃສ່ປັບປຸງຄຸນນະພາບການກວດກາໃຫ້ດີຂຶ້ນກວ່າເກົ່າ, ພາຍຫລັງໄດ້ສ້າງຕັ້ງກົມສືບສວນ-ສອບສວນການສໍ້ລາດບັງຫລວງ ແລະ ກົມຕິດຕາມກວດກາການປະຕິບັດຜົນການກວດກາເມື່ອປີຜ່ານມາ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ກໍຄືການຈັດຕັ້ງປະຕິບັດວຽກງານກວດກາພັກ ແລະ ລັດໃຫ້ມີປະສິດທິຜົນສູງກວ່າເກົ່າ.

ຂ່າວຈາກ: laophatthananewspaper
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...