Homeຂ່າວທ້ອງຖິ່ນພົບນັກຮຽນ 3 ຄົນທີ່ສູນຫາຍ ເຫດຂົວອູ່ເພຢູ່ຫລວງພະບາງ ທັງໝົດປອດໄພດີ!

ພົບນັກຮຽນ 3 ຄົນທີ່ສູນຫາຍ ເຫດຂົວອູ່ເພຢູ່ຫລວງພະບາງ ທັງໝົດປອດໄພດີ!

Published on

ທ່ານຮອງເຈົ້າເມືອງວຽງຄໍາ ແຂວງຫລວງພະບາງ ຊາຍພອນ ຈັນທຸມມາ ລາຍງານໃຫ້ນັກຂ່າວພວກເຮົາຮູ້ ໃນວັນທີ 3 ຕຸລານີ້ວ່າ: ອໍານາດການປົກຄອງເມືອງ ໄດ້ພົບເຫັນນັກຮຽນຍິງ 3 ຄົນ ທີ່ຖືກລະບຸວ່າເປັນຜູ້ສູນຫາຍ ໃນເຫດການຂົວອູ່ຂ້າມນໍ້າແຊງເປ່ເພກະທັນຫັນ ເມື່ອວັນທີ 30 ກັນຍາຜ່ານມາແລ້ວ, ເຊິ່ງພວກເຂົາປອດໄພດີ ພ້ອມທັງບອກວ່າ ພາຍຫລັງເກີດເຫດ ໄດ້ພາກັນລອຍໄປຂຶ້ນຝັ່ງ ແລ້ວກໍພາກັນຮີບຮ້ອນກັບເມືອເຮືອນ ທີ່ຢູ່ຫ່າງໄກຈາກບ່ອນເກີດເຫດຫລາຍສົມຄວນ ຍ້ອນມີອາການຕື່ນຕົກໃຈ, ດັ່ງນັ້ນເຫດການຄັ້ງນີ້ຈຶ່ງມີຜູ້ເສຍຊີວິດ 2 ຄົນຄື: ນາງຫອມ ອາຍຸ 15 ປີ ແລະ ທ້າວ ພອນ ອາຍຸ 16 ປີ, ທັງສອງແມ່ນຮຽນຢູ່ຊັ້ນ ມ5, ໂດຍອໍານາດການປົກຄອງເມືອງ ແລະ ຄອບຄົວ ໄດ້ຈັດພິທີຊາປະນາກິດສົບ ໃຫ້ນ້ອງນັກຮຽນທັງສອງແລ້ວ ໃນວັນທີ 1 ຕຸລານີ້, ສ່ວນຜູ້ທີ່ມີອາການເຈັບໜັກ ຈໍານວນ 19 ຄົນ ແມ່ນຍັງປິ່ນປົວຢູ່ໂຮງໝໍແຂວງ ແລະ ຜູ້ທີ່ເຈັບເລັກນ້ອຍປະມານ 30 ກວ່າຄົນແມ່ນໄດ້ປິ່ນປົວຢູ່ໂຮງໝໍເມືອງ, ໂດຍແມ່ນທາງເມືອງເປັນຜູ້ຮັບພິຊອບຄ່າປິ່ນປົວທັງໝົດ. ນອກຈາກນີ້, ໄດ້ມີຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງພາຍໃນແຂວງ ແລະ ເມືອງຈໍານວນໜຶ່ງ ໄດ້ສົມທົບທຶນຮອນຈໍານວນໜຶ່ງ ເພື່ອຊ່ວຍເຫລືອບັນເທົ່າທຸກ ຜູ້ປະສົບເຄາະຮ້າຍຄັ້ງນີ້ໃນເບື້ອງຕົ້ນ.

ທ່ານຮອງເຈົ້າເມືອງວຽງຄໍາ ໃຫ້ຮູ້ວ່າ: ເຫດການດັ່ງກ່າວ ແມ່ນເກີດຂຶ້ນເນື່ອງມາຈາກເປັນຂົວເກົ່າ ທີ່ໄດ້ຮັບການກໍ່ສ້າງມາແຕ່ປີ 2012 ດ້ວຍງົບປະມານຂອງເມືອງໃນມູນຄ່າ 600 ລ້ານກ່າວກີບ, ໂດຍແມ່ນ ບໍລິສັດ ອ່ອນສີກໍ່ສ້າງຂົວທາງ ເປັນຜູ້ຮັບເໝົາກໍ່ສ້າງ, ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກຮຽນຊັ້ນ ມ 3 ຫາ ມ 7 ທີ່ຂ້າມໄປຮຽນຢູ່ຟາກກົງກັນຂ້າມ ກັບສໍານັກງານອົງການຂອງເມືອງໃນປັດຈຸບັນ, ຊຶ່ງເຫດການໄດ້ເກີດຂື້ນໃນໄລຍະທີ່ນັກຮຽນ ພວມເດີນທາງໄປໂຮງຮຽນ. ຕາມການສຳຫຼວດຈາກວິຊາການຂອງເມືອງ ແມ່ນອາດເກີດຈາກສະພາບຄວາມຊຸດໂຊມຂອງຂົວ ບວກກັບການຮັບນ້ຳໜັກຂອງການສັນຈອນບໍ່ໄດ້, ຈື່ງເຮັດໃຫ້ຮາວພະນັກຂອງຂົວ ທີ່ຈ່ອງດືງດ້ວຍສາຍກາບຂາດ ແລະ ເປ່ເພລົງ ສົ່ງຜົນເຮັດໃຫ້ນັກຮຽນຈໍານວນບໍ່ໜ້ອຍ ທີ່ພວມໄຕ່ຂ້າມຂົວຕົກລົງນໍ້າຈົນເຮັດໃຫ້ມີຜູ້ເສຍຊີວິດ  ແລະ ບາດເຈັບເປັນຈໍານວນຫລາຍ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...