spot_img
Home​ຂ່າວບັນເທິງທີວີລາວ ກຽມຜະລິດລາຍການອາຍຸນ້ອຍຮ້ອຍລ້ານ

ທີວີລາວ ກຽມຜະລິດລາຍການອາຍຸນ້ອຍຮ້ອຍລ້ານ

Published on

ເມື່ອວັນທີ 30 ກັັັນຍາ ຜ່ານມານີ້ ທີ່ສະຖານນີໂທລະພາບທີວີລາວ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາຮ່ວມມືຜະລິດ ລາຍການໂທລະພາບ ແລະຖະແຫຼ່ງຂ່າວການຮ່ວມມືລະຫວ່າງສະຖານີໂທລະພາບທີວີລາວ ແລະບໍລິສັດມັດລູມທີວີ (Mushroom TV)

ເພື່ອກະກຽມຜະລິດລາຍການ “ອາຍຸນ້ອຍ ຮ້ອຍລ້ານ” ໃນຕໍ່ໜ້ານີ້ ໂດຍຮ່ວມຂອງທ່ານ ຫົງຄໍາ ສຸວັນນະວົງ ປະທານສະຖານີໂທລະພາບທີວີລາວ ແລະທ່ານ ອັກຄະຣັດ ນິຕິພົນ ປະທານເຈົ້າໜ້າທີ່ບໍລິຫານບໍລິສັດ ມັດລູມທີວີ (Mushroom TV ) ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ.

ສຳລັບລາຍການ ອາຍຸນ້ອຍ ຮ້ອຍລ້ານ ເປັນລາຍການໝຶ່ງທີ່ ໄດ້ຮັບຄວາມສົນໃຈຫຼາຍໃນປະເທດໄທ ຊຶ່ງໄດ້ນຳສະເໝີກ່ຽວກັບ ປະຫວັດຄວາມເປັນມາ ໃນການດຳເນີນທຸລະກິດຂອງນັກທຸລະກິດໝຸ່ມ ກໍຄືຜູ້ລິເລີ່ມໃນການເຮັດທຸລະກິດໃໝ່ (Startup) ທີ່ປະສົບຜົນ ສຳເລັດ ນອກນັ້ນ ຍັງໄດ້ນຳສະ ເໝີກ່ຽວກັບແຮງບັນດານໃຈສິ່ງທ້າທ້າຍ ແລະຂະຫຍາຍຕະຫຼາດສູ່ອາຊຽນ.

ລາຍການນີ້ ຈະຜະລິດ ແລະນຳສະເໝີທາງໂທລະພາບໃນບັນດາປະເທດຕ່າງໆໃນອາຊຽນເຊັ່ນ: ປະເທດລາວ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະປະເທດໄທ ລາຍການອາຍຸນ້ອຍຮ້ອຍລ້ານ ເປັນອີກໜຶ່ງລາຍການທີ່ຈະຊ່ວຍກະຕຸກຍູ້ຊູ້ໃຫ້ບັນດາຫົວໝ່ວຍທຸລະກິດຕ່າງໆ ທັງເປັນແບບຢ່າງ ໃຫ້ແກ່ບັນດານັກທຸລະກິດທົ່ວໄປໃນ ສປປ ລາວ.

ຂ່າວຈາກ: 
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...