spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເດືອນກັນຍານີ້ ທົ່ວນະຄອນຫລວງມີຜູ້ເສຍຊີວິດ 15 ຄົນຈາກອຸປະຕິເຫດບົນທ້ອງຖະໜົນ

ເດືອນກັນຍານີ້ ທົ່ວນະຄອນຫລວງມີຜູ້ເສຍຊີວິດ 15 ຄົນຈາກອຸປະຕິເຫດບົນທ້ອງຖະໜົນ

Published on

ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ວັນທີ 1-30 ກັນຍານີ້, ໃນນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 123 ກໍລະນີ, ໃນນັ້ນ ມີຜູ້ໄດ້ຮັບບາດເຈັບຫລາຍຮ້ອຍຄົນ, ພາຫະນະເປ່ເພເປັນຈຳນວນຫລາຍ ແລະສົ່ງຜົນໃຫ້ມີຜູ້ເສຍຊີວິດ 15 ຄົນ, ຊຶ່ງອຸປະຕິເຫດສ່ວນໃຫຍ່ແມ່ນເກີດຈາກການລະເມີດລະບຽບຈະລາຈອນເປັນຕົ້ນ: ເມົາແລ້ວຂັບ ບວກກັບສະພາບຖະໜົນຫົນທາງບາງເສັ້ນບໍ່ຮັບປະກັນດີຄື: ເກີດການເປ່ເພ ເປັນຂຸມເປັນບວກ, ໄຟເຍືອງທາງບໍ່ຮຸ່ງດີ ແລະ ອື່ນໆ,

ຂະນະດຽວກັນໃນໄລຍະນີ້ ໄດ້ມີຝົນຕົກຕິດຕໍ່ກັນຫລາຍວັນ ຈຶ່ງສົ່ງຜົນເຮັດໃຫ້ເສັ້ນທາງປຽກມື່ນ ແລະພາໃຫ້ເກີດອຸປະຕິເຫດໄດ້ງ່າຍ. ຕໍ່ບັນຫາດັ່ງກ່າວເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ກໍຄືນັກຂັບຂີ່ທຸກຄົນຈົ່ງມີສະຕິລະວັງໃນເວລາຂັບຂີ່ພາຫະນະ, ພ້ອມທັງກວດເຊັກສະພາບ ເຕັກນິກລົດເປັນປະຈຳ ເປັນຕົ້ນ ໄຟທ້າຍ, ໄຟລ້ຽວ, ໄຟໜ້າ ແລະ ລະບົບອື່ນໆໃຫ້ ຢູ່ໃນສະພາບປົກກະຕິ, ເພື່ອຮັບປະກັນໃຫ້ການໃຊ້ລົດໃຊ້ຖະໜົນມີຄວາມປອດໄພ ແລະເປັນລະບຽບຮຽບຮ້ອຍທັງເຮັດໃຫ້ຄູ່ຮ່ວມທາງດ້ວຍກັນ ສາມາດສັງເກດເຫັນລົດຂອງແຕ່ລະຝ່າຍໄດ້ເປັນຢ່າງດີ, ທັງເປັນການປ້ອງກັນອຸປະ ຕິເຫດໃຫ້ຫລຸດຜ່ອນລົງນຳອີກ.

ເຈົ້າໜ້າທີ່ໃຫ້ຮູ້ຕື່ມວ່າ: ເມື່ອທ້າຍອາທິດຜ່ານມານີ້, ຢູ່ເຂດບ້ານໂພນໄຮ່ຄຳ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ກໍມີອຸປະຕິເຫດລົດຈັກຕຳກັນຢ່າງຮຸນແຮງ, ສົ່ງຜົນໃຫ້ທ້າວ ອ໋ອງບີ້, ອາຍຸ 21 ປີ, ຢູ່ບ້ານນາກຸງ, ເມືອງໄຊທານີ ນະຄອນຫລວງວຽງຈັນ ເສຍຊີວິດຄາທີ່.

ທີ່ມາ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...