spot_img
Homeຂ່າວການພັດທະນາກະຊວງແຮງງານ ແລະ ສະຫວັດດີການສັງຄົມຈະສ້າງສູນລະບົບຂໍ້ມູນ ຂ່າວສານຕະຫຼາດແຮງງານ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມຈະສ້າງສູນລະບົບຂໍ້ມູນ ຂ່າວສານຕະຫຼາດແຮງງານ.

Published on

ເພື່ອເປັນໜ່ວຍບໍລິການສະໜອງຂໍ້ມູນໃຫ້ທົ່ວສັງຄົມໄດ້ຮູ້ໂດຍຜ່ານການສື່ຕ່າງໆ ແລະ ເຊື່ອມຕໍ່ຂ້ມູນເຂົ້າສູ່ລະບົບອອນລາຍ, ມືຖື ແລະ ອື່ນໆ ເຊິ່ງມີແຜນພັດທະນາແຮງງານ 5 ປີຄັ້ງທີ IV (2016-2020) ແລະ ເພື່ອເຮັດໃຫ້ນັກຮຽນທີ່ຈົບມໍຕົ້ນ, ມໍປາຍ ສາມາດເລືອກຮຽນວິຊາຊີບ ຫຼື ສາຂາອາຊີວະສຶກສາໃຫ້ສອງຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ໃນຍຸກໃໝ່.

9-12

ຕາມການໃຫ້ສຳພາດຂອງ ທ່ານໄທ ແສງອາລຸນ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ເມື່ອບໍ່ດົນນີ້ວ່າ: ປັດຈຸບັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ໄດ້ມີແຜນພັດທະນາ ແຮງງານ 5 ປີ ຄັ້ງທີ IV (2016-2020) ໂດຍກຳນົດສ້າງລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ເພື່ອຮັບປະກັນໃຫ້ແກ່ການສ້າງແຜນ ແລະ ດັດສົມມະຫາພາກດ້ານແຮງງານ; ສ້າງລະບົບການພັດທະນາສີມືແຮງງານດ້ວຍການສ້າງມາດຕະຖານສີມືແຮງງານ ໂດຍມີສ່ວນຮ່ວມ ຂອງຫົວໜ່ວຍແຮງງານ. ເຊິ່ງໃນນີ້ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ແມ່ນຫົວໃຈຫຼັກທີ່ສຳຄັນໃນການພັດທະນາວຽກງານແຮງງານ;ເປັນສາງຂໍ້ມູນ, ເປັນບ່ອນເກັບກຳ, ວິເຄາະ, ເຜີຍແຜ່ໃຫ້ສັງຄົມຮູ້ຈັກ ໂດຍສະເພາະແມ່ນ ນັກຮຽນຈົບຕົ້ນ,ມໍປາຍ, ຜູ້ຊອກຫາວຽກເຮັດ, ຜູ້ຕ້ອງການປ່ຽນວຽກສາມາດມີຂໍ້ມູນທີ່ດີ ເພື່ອຊ່ວຍໃນການຕັດສິນຮຽນວິຊາຊີບ, ຊອກຫາວຽກທີ່ໝັ້ນຄົງ, ມີລາຍໄດ້ທີ່ສົມເຫດສົມຜົນ, ໄດ້ຮັບຫານຄຸ້ມຄອງ ແລະ ປົກປ້ອງສິດຜົນປະໂຫຍດຕາມກົດໝາຍ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານເປັນກຸນແຈອັນສຳຄັນ ໄດ້ວາງແຜນພັດທະນາບຸກຄະລາກອນຢ່າງມີປະສິດທິພາບ, ກຳນົດທິດທາງການລົງທຶນໃນແຕ່ລະດ້ານຢ່ງຊັດເຈນ, ມີແຜນຮອງຮັບສະພາບທີ່ຈະເກີດຂຶ້ນໃນແຕ່ີລະຂະແໜງການທີ່ນຳໃຊ້ແຮງງາານໃນແຕ່ລະປະເພດ, ຫຼຸດຜ່ອນການວ່າງງານ, ການປ່ຽນວຽກເຮັດຂອງແຮງງານ ເພື່ອຕອບສະໜອງໃຫ້ຜູ້ທີ່ຈະຮຽນຈົບສາຍສາມັນ, ຈົບວິຊາຊີບດຈົບມະຫາວິທະຍາໄລ,ຜູ້ກຳລົງຊອກວຽກເຮັດຜູ້ຕອງການປ່ຽນວຽກ, ຜູ້ວ່າງງານ. ໃນນັ້ນ ລວມທັງຂໍ້ມູນເສດຖະກິດການຄ້າ ເຊິ່ງສາມາດຂໍ້ມູນກ່ຽວກັບອັດຕາການຂະຫຍາຍຕົວເສດຖະກິດ, ການເຄື່ອນຍ້າຍແຮງງານ, ຄ່າແຮງງານ,ສະພາບການຂະຫຍາຍຕົວຂອງເສດຖະກິດແຕ່ລະຂົງເຂດ, ການນຳໃຊ້ແຮງງານໃນຂະແໜງການ ແລະ ທິດທາງແຜນການຂອງການປັບປຸງການລົງທຶນ, ຄາດຄະເນຄວາມຕ້ອງການຕາມຂະແໜງການລົງທຶນ, ການໃຊ້ເຄື່ອງຈັກແທນແຮງງານຄົນຢ່າງມີປະສິດທິພາບ.

( ໂດຍ: ເພັດສະໄໝ ) ຂ່າວສານ ກະຊວງແຮງງານ ແລະ ສະຫວັດີການ-ສັງຄົມ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...