Home​ຂ່າວທ່ອງທ່ຽວປະຊາຊົນຕື່ນຕາ! ແຫ່ຊົມມະຫານ້ຳຕົກທອງຄຳ "ຫູໂຂ່ແຫ່ງຫວງໂຫ" ນັບໝື່ນຄົນໃນຊ່ວງຢຸດຍາວວັນຊາດຂອງຈີນ

ປະຊາຊົນຕື່ນຕາ! ແຫ່ຊົມມະຫານ້ຳຕົກທອງຄຳ “ຫູໂຂ່ແຫ່ງຫວງໂຫ” ນັບໝື່ນຄົນໃນຊ່ວງຢຸດຍາວວັນຊາດຂອງຈີນ

Published on

ສຳນັກຂ່າວປະເທດຈີນລາຍງານວ່າ ເມື່ອວັນທີ 2 ກັນຍາ ມີປະຊາຊົນນັບໝື່ນຄົນແຫ່ທ່ຽວຊົມມະຫານ້ຳຕົກຫູໂຂ່ ນ້ຳຕົກສີເຫຼືອງທອງຄຳແຫ່ງແມ່ນ້ຳຫວງໂຫ ໃນຊ່ວງວັນຢຸດຍາວວັນຊາດຂອງຈີນ ເຮັດໃຫ້ບັນຍາກາດເຕັມໄປດ້ວຍຄວາມຄຶກຄັກ

ໂດຍນ້ຳຕົກຫູໂຂ່ນີ້ເປັນນ້ຳຕົກຂະໜາດໃຫຍ່ທີ່ສຸດຂອງແມ່ນ້ຳເຫຼືອງ ຕັ້ງຢູ່ໃນເຂດລະຫວ່າງມົນທົນຊານຊີ ແລະ ສ່ານຊີ ນ້ຳຕົກຫູໂຂ່ນີ້ຖືວ່າໃຫຍ່ເປັນລຳດັບສອງຮອງຈາກນ້ຳຕົກຫວງກົ່ວຊູ່ໃນມົນທົນກຸ້ຍໂຈ

ນອກຈາກມີຂະໜາດໃຫຍ່ແລ້ວ ສາຍນ້ຳຍັງມີສີເຫຼືອງໄຫຼແຮງຈົນລະອອງນ້ຳສາດກະທົບກັບແສງອາທິດເປັນສາຍຮຸ້ງສີສວຍງາມ ແຖມທິວທັດທຳມະຊາດໃນບໍລິເວນນ້ຳຕົກຍັງສວຍງາມອີກດ້ວຍ

2-9 3-11 4-11

ຂ່າວຈາກ: http://news.sanook.com/gallery/gallery/2077275/885443/
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...