HomeມູມໄອທີລາວAnTuTu ເຜີຍ iPhone 7 Plus ຕິດອັນດັບ 1 ໃນຜົນການຈັດອັນດັບຄະແນນສະມາດໂຟນປະຈຳເດືອນ ກັນຍາ

AnTuTu ເຜີຍ iPhone 7 Plus ຕິດອັນດັບ 1 ໃນຜົນການຈັດອັນດັບຄະແນນສະມາດໂຟນປະຈຳເດືອນ ກັນຍາ

Published on

ຫຼ້າສຸດນີ້ AnTuTu ໄດ້ປ່ອຍຜົນການຈັດອັນດັບຄະແນນສະມາດໂຟນສູງສຸດປະຈຳເດືອນກັນຍາອອກມາແລ້ວ ໂດຍແບ່ງອອກເປັນ 3 ໝວດຄື: ໝວດລະບົບ iOS, ໝວດລະບົບ Android ແລະ ໝວດລວມຮິດສະມາດໂຟນ.

ສຳລັບໝວດລວມຮິດ 10 ອັນດັບສະມາດໂຟນມີດັ່ງນີ້:

ຈາກຮູບດ້ານເທິງເຮົາຈະເຫັນວ່າ iPhone 7 Plus ແມ່ນໄດ້ອັນດັບ 1 ແລະ iPhone 7 ຢູ່ອັນດັບ 2, ເຊິ່ງມິຄະແນນຢູ່ທີ່ 172644 ແລະ 170124 ຕາມລຳດັບ ໂດຍທັງສອງເຄື່ອງແມ່ນໃຊ້ຊີພີຢູໃໝ່ຫຼ້າສຸດນັ້ນກໍຄື Apple A10 Fusion Chip. ສຳລັບອັນດັບ 3 ແມ່ນ LeEco Le Pro 3 ທີ່ເປັນສະມາດໂຟນຈາກຜູ້ຜະລິດຈີນລາຍທຳອິດທີ່ໃຊ້ຊິບ Snapdragon 821 ໂດຍໄດ້ຄະແນນທີ່ 160856.

ສຳລັບໝວດ 10 ອັນດັບອຸປະກອນລະບົບ iOS ມີດັ່ງນີ້:

ໃນສ່ວນຂອງລະບົບ iOS ແມ່ນຕ້ອງຍົກໃຫ້ກັບທາງ iPad Pro ທີ່ມາພ້ອມກັບຊິບ Apple A9X ທີ່ສາມາດປັ່ນຄະແນນໄປໄດ້ສູງກວ່າ iPhone 7 Plus ແລະ iPhone 7 ເຖິງ 4622 ຄະແນນ

ສຳລັບໝວດ 10 ອັນດັບອຸປະກອນລະບົບ Android ມີດັ່ງນີ້:

ສຳລັບລະບົບ Android ແມ່ນມີເພີ່ມມາອີກ 2 ລຸ້ນ ຈາກຮູບທຳອິດຄື: ZUK Z2 Pro ທີ່ 136853 ຄະແນນ ແລະ Xiaomi Mi 5 ທີ່ 136773 ຄະແນນ.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: gizmochina

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...