Homeຂ່າວທ້ອງຖິ່ນແຂວງວຽງຈັນ ດຳເນີນກອງປະຊຸມວິຊາການ ດ້ານວັດທະນະທໍາ-ສັງຄົມ

ແຂວງວຽງຈັນ ດຳເນີນກອງປະຊຸມວິຊາການ ດ້ານວັດທະນະທໍາ-ສັງຄົມ

Published on

ຂປລ. ກຳ​ມະ​ທິການ ​ວັດທະນະທຳ–ສັງຄົມ ​ແລະ​ ບັນດາເຜົ່າ ສະພາປະຊາຊົນແຂວງວຽງຈັນ ໄດ້ດຳເນີນກອງປະຊຸມວິຊາການຂອງຕົນ ໃນວັນທີ 30 ກັນຍາ 2016 ທີ່ຜ່ານມານີ້ ໂດຍເປັນປະທານຂອງ ທ່ານ ບຸນເພັງ ສາຍນໍລະດີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ ພ້ອມບັນດາສະມາຊິກສະພາ ໃນກຳມະທິການດັ່ງກ່າວ ​ເຂົ້າ​ຮ່ວມ.

ທ່ານ ນາງ ບົວວັນ ທຳມະວົງ ຮອງປະທານ ສະພາປະຊາຊົນແຂວງວຽງຈັນ ທັງເປັນປະທານ ກຳມະທິການວັດທະນະທຳ–ສັງຄົມ ແລະ ບັນດາເຜົ່າກ່າວວ່າ: ຈັດປະສົງຂອງການດຳເນີນກອງປະຊຸມຄັ້ງນີ້ ແນ່ໃສ່ກວດກາຄືນການເຄື່ອນໄຫວ ວຽກງານຂອງບັນດາ ພະແນກການໃນຂົງເຂດລັດບໍລິຫານ ວັດທະນະທຳສັງຄົມ ແລະ ບັນດາເຜົ່າ ຊອກໃຫ້ເຫັນດ້ານຕັ້ງໜ້າ ເພື່ອເສີມຂະຫຍາຍ ແລະ ຊອກໃຫ້ເຫັນດ້ານຄົງຄ້າງ ເພື່ອຊອກວິທີແກ້ໄຂ, ກ້າວໄ​​ປເຖິງການສ້າງນິຕິກຳລຸ່ມກົດໝາຍ ເພື່ອຄຸ້ມຄອງວຽກງານ ໃນຂົງເຂດວັດທະນະທຳ–ສັງຄົມ ແລະ ບັນດາເຜົ່າ ໃນທົ່ວແຂວງວຽງຈັນ ໃຫ້ດີຂຶ້ນກວ່າເກົ່າ, ອີກດ້ານໜຶ່ງ ຍັງ​ເປັນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງ​ພັກ ​ແລະ ​ມະຕິ V ຂອງ​ອົງຄະ​ນະ​ພັກແຂວງ​ວຽງ​ຈັນ​ ໃຫ້​ເຂົ້າ​ສູ່ວຽກງານ​ຕົວ​ຈິງ​ຢ່າ​ງ​ເປັນ​ຮູບ​ປະ​ທຳ​ ໃຫ້​ເຫັນ​ປະຈັກ​ຕາ​ຂຶ້ນ​ເລື້ຶອຍໆ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...