Homeຂ່າວທ້ອງຖິ່ນເກີດການເບື່ອສານຂ້າແມງໄມ້ຢູ່ສວນກ້ວຍເມືອງປາກງື່ມ

ເກີດການເບື່ອສານຂ້າແມງໄມ້ຢູ່ສວນກ້ວຍເມືອງປາກງື່ມ

Published on

ຫົວໜ້າຂະແໜງລະບາດວິທະຍາພະແນກສາທາລະນະສຸກນະຄອນຫລວງວຽງຈັນທ່ານ ຈັນທະໄລ ໄຊຍະວົງ ລາຍງານໃຫ້ຮູ້ວ່າ: ໃນວັນທີ 29 ກັນຍານຜ່ານມານີ້, ໜ່ວຍງານຂອງຕົນໄດ້ຮັບແຈ້ງມີປະຊາຊົນເບື່ອຢາຂ້າແມງໄມ້ຢູ່ສວນກ້ວຍແຫ່ງໜຶ່ງທີ່ບ້ານຊຽງແລ, ເມືອງປາກງື່ມ,ນະຄອນ ຫລວງວຽງຈັນ, ຊຶ່ງຜ່ານການລົງສືບສວນຕົວຈິງເຫັນວ່າ: ເປັນການເບື່ອຢາຂ້າແມງໄມ້ແທ້ຈົນໄດ້ນໍາສົ່ງໂຮງໝໍ 5 ຄົນ, ພາຍຫລັງທີ່ມີອາການເມົາ, ລາຍຕາ, ວິນຫົວ, ປວດຮາກ,ຈາກການໃຊ້ສານເຄມີຢາຂ້າແມງໄມ້ໃນສວນກ້ວຍດັ່ງກ່າວ, ແຕ່ໂຊກດີທີ່ບໍ່ມີຜູ້ເສຍຊີວິດ, ເນື່ອງຈາກການໃຊ້ສານເຄມີຂ້າແມງໄມ້ເກີນຂະໜາດ ແລະ ຜູ້ເບື່ອບໍ່ໄດ້ປ່ອງກັນຕົວເອງຕາມຄໍາແນະນໍາເຊັ່ນ: ບໍ່ໃສ່ຖົງມື, ຜ້າອັດປາກ ແລະ ເກີບໂບກໃນເວລາໃຊ້ສານເຄມີດັ່ງກ່າວ.

ເຖິງຢ່າງໃດກໍຕາມ, ປັດຈຸບັນພາກສ່ວນສາທາລະນະສຸກ ແລະ ກະສິກໍາ-ປ່າໄມ້ ພວມເລັ່ງກວດກາລະດັບການນໍາໃຊ້ສານເຄມີດັ່ງກ່າວແທດເໝາະກັບການແນະນໍາຂອງ ແລະ ການອະນຸຍາດ ນໍາໃຊ້ຂອງປະເທດເຮົາຫລືບໍ່ ແລະ ຜ່ານມາເຈົ້າຂອງສວນກ້ວຍແຫ່ງນີ້ບໍ່ໃຫ້ການຮ່ວມມືກັບພາກສ່ວນກ່ຽວຂ້ອງດີເທົ່າທີ່ຄວນ, ເມື່ອເກີດກໍລະນີດັ່ງກ່າວກໍບໍ່ມີການສະເໜີພາກສ່ວນກ່ຽວຂ້ອງ ກໍຄືຫ້ອງການກະສິກໍາ-ປ່າໄມ້ເມືອງຮັບຊາບແຕ່ຢ່າງໃດ ແລະ ເບື້ອງຕົ້ນຂະແໜງສາທາລະນະສຸກ ກໍໄດ້ເຕືອນໃຫ້ປະຊາຊົນທີ່ເຮັດວຽກຢູ່ສວນກ້ວຍດັ່ງກ່າວມາແລ້ວວ່າໃຫ້ເອົາໃຈໃສ່ປ້ອງກັນຕົນເອງໃນການນໍາໃຊ້ສານເຄມີ, ພ້ອມທັງໄດ້ແນະນໍາວິທີເບື້ອງຕົ້ນໃນເວລາໄດ້ຮັບຜົນກະທົບຈາກສານເຄມີດັ່ງກ່າວ, ພ້ອມທັງໃຫ້ຕິດຕາມສຸຂະພາບຂອງຕົນເປັນປະຈໍາ, ຖ້າຫາກມີອາການຜິດປົກກະຕິໃຫ້ລາຍງານພາກສ່ວນກ່ຽວຂ້ອງ,ພ້ອມໄປພົບແພດໝໍໂດຍດ່ວນ.

ຂ່າວຈາກ: ໜັງສືພິມລາວພັດທະນາ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...