Homeຂ່າວຕ່າງປະເທດສື່ດັງອາເມຣິກາຫລາຍສຳນັກ ສະທ້ອນພາບຜົນງານ CIA ຈາກລະເບີດບໍ່ທັນແຕກຢູ່ລາວ!

ສື່ດັງອາເມຣິກາຫລາຍສຳນັກ ສະທ້ອນພາບຜົນງານ CIA ຈາກລະເບີດບໍ່ທັນແຕກຢູ່ລາວ!

Published on

ສຳນັກຂ່າວ NBC NEWS ຊຶ່ງເປັນສື່ຊັ້ນນຳຂອງສະຫະລັດອາເມຣິກາ ໄດ້ລາຍງານຂ່າວ ແລະ ເຜີຍແຜ່ໃຫ້ເຫັນຮູບພາບ ຊຶ່ງສະທ້ອນໃຫ້ເຫັນຄວາມຈິງ ບາດແຜແຫ່ງສົງຄາມລັບ ທີ່ອົງການ CIA ຂອງລັດຖະບານອາເມຣິກາ ໄດ້ກະທຳໃນອະດີດຕໍ່ປະເທດລາວ ຊຶ່ງສົ່ງຜົນເຮັດໃຫ້ກາຍເປັນປະເທດ ທີ່ຖືກຖິ້ມລະເບີດຫລາຍທີ່ສຸດເຖິງ 2 ລ້ານໂຕນ ຕະຫລອດໄລຍະເວລາ 9 ປີ ນັບແຕ່ປີ 1964-1973.

ຮູບພາບລູກສອນໄຟ 2 ລູກ ທີ່ຜະລິດໂດຍສະຫະລັດອາເມຣິກາ ຊຶ່ງປັດຈຸບັນໄດ້ກາຍເປັນເສົາປະຕູຮົ້ວຂອງປະຊາຊົນ ຕະຫລອດຮອດຮູບພາບຂາທຽມຂະໜາດຕ່າງໆ ທີ່ຫ້ອຍຈາກເພດານ ສູນຟື້ນຟູຄົນພິການແຫ່ງຊາດລາວ ໄດ້ສະທ້ອນໃຫ້ເຫັນເງິນຊ່ວຍເຫລືອ ຈຳນວນ 90 ລ້ານໂດລາ ທີ່ລັດຖະບານອາເມຣິກາ ປະກາດໃຫ້ຄວາມຊ່ວຍເຫລືອ ເພື່ອເກັບກູ້ລະເບີດທີ່ບໍ່ທັນແຕກ ອອກຈາກແຜ່ນດິນລາວເປັນຄັ້ງທຳອິດ ນັບຕັ້ງແຕ່ສົງຄາມໄດ້ສິ້ນສຸດລົງ.

ສື່ມວນຊົນຂອງອາເມຣິກາ ຍັງໄດ້ລາຍງານຂໍ້ມູນຂອງ ອົງການເກັບກູ້ລະເບີດແຫ່ງຊາດລາວ (Lao National Regulatory Authority for UXO – NRA) ອີກວ່າ ປະຕິບັດການຖິ້ມລະເບີດຂອງສະຫະລັດອາເມຣິກາ ເກີດຂຶ້ນບໍ່ຕ່ຳກວ່າ 580,000 ຄັ້ງ ຫລື ອາດຈະກ່າວໄດ້ວ່າ ມີການຖິ້ມລະເບີດລົງໃສ່ລາວ ທຸກໆ 8 ນາທີ ໃນຕະຫລອດ 24 ຊົ່ວໂມງ ເປັນເວລາ 9 ປີ ຊຶ່ງໃນນັ້ນ 1 ໃນ 3 ຫລື 80 ລ້ານລູກ ເປັນລະເບີດທີ່ຍັງບໍ່ທັນແຕກ ແຕ່ຍັງຄົງປະສິດທິພາບ ສາມາດເຮັດໃຫ້ປະຊາຊົນໃນປະເທດນີ້ ໄດ້ຮັບບາດເຈັບ ຫລື ເສຍຊີວິດ ຈົນເຖິງປັດຈຸບັນ.

ສຳນັກຂ່າວ CNN ຂອງສະຫະລັດອາເມຣິກາ ກໍໄດ້ລາຍງານຂ່າວອີກວ່າ ປະຊາຊົນລາວຈຳນວນບໍ່ຕ່ຳກວ່າ 200,000 ຄົນ ຖືກສັງຫານ ຫລື ສູນເສຍອະໄວຍະວະຂອງຕົນ ນັບຕັ້ງແຕ່ສົງຄາມຢຸຕິ ແລະ ປັດຈຸບັນນີ້ ຈຳນວນຜູ້ເສຍຊີວິດ ຫລື ພິການ ຈາກລະເບີດຂອງສະຫະລັດອາເມຣິກາທີ່ຕົກຄ້າງ ມີຈຳນວນສະເລ່ຍ 50 ຄົນຕໍ່ປີ ແລະ ພົບອີກວ່າ 40% ຂອງຈຳນວນນີ້ ເປັນເດັກນ້ອຍ ຊຶ່ງເປັນອະນາຄົດຂອງປະເທດຊາດ.

1-iz7arjlchqtcpjvs7abfda

 

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...