Homeຂ່າວທ້ອງຖິ່ນແຂວງບໍລິຄໍາໄຊ ເລັ່ງກວດກາຄືນ ການສໍາປະທານທີ່ດິນລັດຄືນໃໝ່

ແຂວງບໍລິຄໍາໄຊ ເລັ່ງກວດກາຄືນ ການສໍາປະທານທີ່ດິນລັດຄືນໃໝ່

Published on

ຂປລ. ກອງປະຊຸມການຈັດຕັ້ງປະຕິບັດໂຄງການຍ່ອຍ ການຂຶ້ນບັນຊີໂຄງການເຊົ່າ ​ແລະ ສໍາ​ປະທານ​ທີ່​ດິນ​ ໄລຍະ 3 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ກັນຍາ 2016 ຜ່ານ​ມາ ທີ່​ແຂວງ​ບໍລິ​ຄໍາ​ໄຊ.

ທ່ານ ອາ​ນົງ​ສອນ ພົມມະຈັນ ​ໄດ້​ກ່າວ​ວ່າ: ​ ​ໂຄງການ​ເຊົ່າ ​ແລະ ສຳ​ປະທານ​ທີ່​ດິນລັດ, ການ​ປະ​ເມີນຄຸນ​ນະພາ​ບ ​ໂຄງການ​ເຊົ່າ ​ແລະ ສຳ​ປະທານ​ທີ່​ດິນ​ລັດຢູ່ ສປປ ລາວ ​ແມ່ນມີ​ຄວາມ​ສຳຄັນ​ຫລາຍ ​ໃນ​ການວາງ​ນະ​ໂຍບາຍ, ຍຸດ​ທະ​ສາດ ​ແລະ ​ແຜນການ ​ໃນ​ການ​ຄຸ້ມ​ຄອງ ​ແລະ ຕິດຕາມ​ກວດກາການຈັດ​ຕັ້ງ​ປະຕິບັດ ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມຂອງ​ຊາດ ​​ໂດຍ​ສະ​ເພາະ​ວຽກ​ງານ​ການ​ລົງທຶນ ​ເອກ​ະ​ຊົນ ​ໃນ​ການ​ເຊົ່າ ​ແລະ ສຳ​ປະທານ​ທີ່​ດິນ​ລັດ ​ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ ​ບັນດາ​ໂຄງການ​ເຊົ່າ ​ແລະ ສຳ​ປະທານ​ທີ່​ດິນ​​ຂອງລັດ ທີ່​ໄດ້​ອະນຸມັດ​ໄປ​ແລ້ວ​ໃນ​ໄລຍະ​ຜ່ານ​ມາ​ ໃຫ້​ມີ​ປະ​ສິດທິ​ຜົນ​ສູງ ​ແລະ ​ໃຫ້​ສອດຄ່ອງ​ກັບ ການ​ວາງ​ແຜນຍຸດ​ທະ​ສາດ​ ການ​ລົງທຶນ​ໃນ​ຕໍ່ໜ້າ​.

ຜ່ານ​ການຈັດ​ຕັ້ງ​ປະຕິບັດ​​ເຫັນ​ວ່າ ​ມີ​ຫລາຍ​ດ້ານ​ໄດ້​ຮັບ​ຜົນ​ດີ, ​ແຕ່​ຍັງ​ມີ​ສິ່ງ​ທ້າ​ທາຍ ​ເປັນ​ຕົ້ນແມ່ນ​ຍັງ​ຂາດ​ຂໍ້​ມູນ​ອັນ​ຊັ​ດ​ເຈນ ​ໃນ​ນັ້ນຫລາຍ​ໂຄງການ ​ແມ່ນ​ໄດ້​ເກີດ​ມີ​ຜົນ​ກະທົບ​ຕໍ່​ກັບ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ​ແລະ ສັງຄົມ ​ຢູ່​ເຂດ​ຊົນນະບົດ​ ເປັນ​ຕົ້ນມີ​ບາງ​ໂຄງການ ລັດຖະບານ​ໄດ້​ສັ່ງ​ໂຈະ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...