Homeຂ່າວທ້ອງຖິ່ນແຂວງຊຽງຂວາງ ມອບໃບຕາດິນທໍລະນີສົງ ເນື້ອທີ່ກວ່າ 18 ເຮັກຕາ ໃຫ້ແກ່ ວັດໄຫຫີນ ມີໄຊຍະຣາມ

ແຂວງຊຽງຂວາງ ມອບໃບຕາດິນທໍລະນີສົງ ເນື້ອທີ່ກວ່າ 18 ເຮັກຕາ ໃຫ້ແກ່ ວັດໄຫຫີນ ມີໄຊຍະຣາມ

Published on

ຂປລ. ບຸນ​ມີ ​ແສງ​ທຸມ​ມີ ຜູ້​ສື່​ຂ່າວ​ຈາກ​ແຂວງ​ຊຽງ​ຂວາງ ລາຍ​ງານ​ໃຫ້​ຮູ້​ວ່າ: ວັນທີ 6 ກັນຍາ2016 ນີ້, ຢູ່ວັດໄຫຫີນມີໄຊຍະຣາມ ໄດ້ມີພິທີມອບ–ຮັບ ໃບຕາດິນລວມໝູ່ທໍລະນີສົງ ວັດໄຫຫີນ ມີໄຊຍະຣາມ ລວມ​ເນື້ອ​ທີ່ກວ່າ 18 ​ເຮັກຕາ ເພື່ອສ້າງວັດໄຫຫີນມີໄຊຍະຣາມ ໃຫ້ມີຄວາມເໝາະສົມ ຖືກຕ້ອງຕາມຮີດຄອງປະເພນີ ເປັນບ່ອນສັກກາລະບູຊາ ທີ່ມີຄວາມສວຍງາມ ​ເຊິ່ງກ່າວ​ມອບໂດຍ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ ​ແລະ ກ່າວຮັບໂດຍ ພະອາຈານ ວັນສົມ ບຸດດາວົງ ປະທານອົງການພຸດທະສາສະໜາສຳພັນລາວ ປະຈຳແຂວງຊຽງຂວາງ.

ໃນໂອກາດນີ້ ກໍ​ໄດ້ປະຕິບັດຕາມຮີດຄອງປະເພນີ ​ໂດຍໄດ້ມີການຟັງທຳ​ມະ​ເທດສະໜາ, ​ໃສ່ບາດຢາດນ້ຳ ໂດຍມີການນຳຂອງແຂວງ ພ້ອມຄອບຄົວ, ຫົວໜ້າພະແນກການ, ຫ້ອງການ, ກອງບັນຊາການ, ພະນັກງານ, ນັກທຸລະກິດ, ຊາວຄ້າຂາຍ ຕະຫລອດຮອດ ພໍ່ແມ່ປະຊາຊົນທີ່ຢູ່ໄກ້ຄຽງ​ເຂົ້າ​ຮ່ວມ. ​ໃນ​ການ​ເຮັດບຸນ​ຄັ້ງ​ນີ້ ສາມາດລະດົມທຶນຈາກ​ຜູ້​ທີ່​ມີ​ຈິດ​ໃຈ​ໃສ່​ສັດທາ​ ຮ່ວມ​ບໍລິຈາກໄດ້ 20 ລ້ານກ່ວາກີບ ​ເຊິ່ງເງິນດັ່ງກ່າວ ຈະນຳໃຊ້ເຂົ້າໃນການສ້ອມແປງສາລາ, ເຮັດສີໜ້າສາລາ, ເພດານ ແລະ ກັນສາດ.

17

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...