spot_img
Homeຂ່າວການສຶກສານາຍົກອົດສະຕາລີ ຮ່ວມເປີດຫ້ອງການ ສະຖາບັນລາວ-ອົດສະຕາລີຯ ພ້ອມມອບທຶນຮຽນຕໍ່ 30 ກວ່າທຶນ!

ນາຍົກອົດສະຕາລີ ຮ່ວມເປີດຫ້ອງການ ສະຖາບັນລາວ-ອົດສະຕາລີຯ ພ້ອມມອບທຶນຮຽນຕໍ່ 30 ກວ່າທຶນ!

Published on

ຂປລ. ໃນວັນທີ 7 ກັນຍາ 2016, ທ່ານ ພັນ​ຄໍາ ວິພາ​ວັນ ຮອງ​ປະທານ​ປະ​ເທດ​ ​ແຫ່ງ ສປປ ລາວ ແລະ ທ່ານ ມາຄອມ ​​ເທີນບູ  ນາຍົກລັດຖະມົນຕີ​ ແຫ່ງປະ​ເທດ ອົດ​ສະຕາລີ ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມພິທີເປີດນໍາ​ໃຊ້ ຫ້ອງການສະຖາບັນ ລາວ-ອົດສະຕາລີ ແລະ ສູນສົ່ງເສີມພາສາຕ່າງປະເທດຄືນໃໝ່ ເຊິ່ງຕັ້ງຢູ່ບ້ານສີສະເກດ (ໜ້າຫໍພະແກ້ວ) ເມືອງຈັນທະບູລີ ນະຄອນຫລວງ​ວຽງຈັນ, ພາຍຫລັງ ສໍາເລັດການບູລະນະສ້ອມແປງ ເມື່ອບໍ່​ດົນ​ມາ​ນີ້. ໂດຍ​ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ ຈາກ​ລັດຖະບານອົດສະຕາລີ.

ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ໂຄງການບູລະນະຫ້ອງການດັ່ງກ່າວ ແມ່ນໄດ້ມີການ​ປັບປຸງ ​ແລະ ສ້ອມ​ແປງ​ອາຄານ​ເກົ່າ​ແກ່​ ໃຫ້​​ມີ​ໃບ​ໜ້າ​ໃໝ່, ມີມາດ​ຕະຖານ ​ແລະ ສອດຄ່ອງ​ກັບ​ການ​ພັດທະນາ​ ໃນ​ໄລຍະໃໝ່​. ສູນ​ແຫ່ງ​ນີ້​​ ຈະມີ​ບົດບາດ​ສໍາຄັນ​ ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໃຫ້​ແກ່ ສປປ ລາວ ​ໃນ​ອະນາ​ຄົດ ​ເພື່ອ​ສ້າງ​ຂີດ​ຄວາມ​ສາມາດ​ໃຫ້​ແກ່​ພະນັກງານ​ ໃນ​ລະດັບ​ຜູ້​ບໍລິຫານ ​ແລະ ລະດັບ​ວິ​ຊາ​ການ ທີ່​ຮັບຜິດຊອບ​ດ້ານ​ການວາງ​ແຜນ ​ແລະ ການ​ຄຸ້ມ​ຄອງ​ບໍລິຫານ​ວຽກ​ງານ ​ພັດທະນາ​ຊັບພະຍາກອນ​ມະນຸດ.

ຜ່ານມາໃນແຕ່ລະປີ ລັດຖະບານອົດສະຕາລີ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາ ຊັບພະຍາກອນມະນຸດແກ່ ສປປ ລາວ ໂດຍໄດ້ສະໜອງທຶນໃຫ້ນັກສຶກສາ, ຄູ-ອາຈານ ແລະ ພະນັກງານ ໄປຮຽນຕໍ່ທີ່ປະເທດອົດສະຕາລີ ໃນຫລາຍສາຂາວິຊາ ເພື່ອປະກອບສ່ວນພັດທະນາ ສປປ ລາວ. ຕະຫລອດໄລຍະກວ່າ 50 ປີຜ່ານມາ ມີອະດີດນັກສຶກສາຂອງລາວຫລາຍກວ່າ 1.200 ຄົນ ທີ່ສໍາເລັດການສຶກສາ ຈາກປະເທດອົດສະຕາລີ, ປັດຈຸບັນ ອະດີດນັກສຶກສາດັ່ງກ່າວ ສ່ວນໃຫຍ່ເປັນພະນັກງານອາວຸໂສ ທີ່ເຮັດວຽກສັງກັດຢູ່ພາກລັດ, ສ່ວນຫລາຍເຮັດວຽກໃນຂະແໜງຄົ້ນຄວ້າ ແລະ ສິດສອນ, ອີກຈໍານວນໜຶ່ງ ກໍໄດ້ກາຍເປັນຜູ້ປະກອບການ ແລະ ນັກທຸລະກິດ ທີ່ປະສົບຜົນສໍາລັດ.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີອົດສະຕາລີ ​ກໍໄດ້ເປັນກຽດ​ມອບ​ທຶນ​ການ​ສຶກສາ ທີ່ຈະໄປຮຽນຕໍ່ຢູ່ປະເທດອົດສະຕາລີ​ ຈໍານວນ 31 ທຶນ​ ໃນລະດັບປະລິນຍາ​ເອກ​ 4 ທຶນ, ປະລິນຍາ​ໂທ 25 ທຶນ​ ​ແລະ ຊັ້ນ​ສູງ 2 ທຶນ ໃນ​​ສາຂາ​ວິສະວະ​ກອນ​ໄຟຟ້າ​ແບບ​ຍືນ​ຍົງ, ການ​ພັດທະນາ​ຊຸມ​ຊົນ, ​ການ​ບັນຊີ, ​ເສດຖະສາດ, ວິທະຍາສາດ​ສັງຄົມ ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...