spot_img
Homeຂ່າວນໍ້າຖ້ວມທາງຫລາຍສາຍໃນຕົວເມືອງນະຄອນຫຼວງຖືກນໍ້າຖ້ວມ

ທາງຫລາຍສາຍໃນຕົວເມືອງນະຄອນຫຼວງຖືກນໍ້າຖ້ວມ

Published on

ພາຍຫລັງຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງນັບແຕ່ຄືນຂອງວັນທີ 5 ຈົນຮອດບ່າຍວັນທີ 6 ກັນຍານີ້, ໄດ້ເຮັດໃຫ້ຮ່ອງລະບາຍນໍ້າຕາມສາຍທາງຕ່າງໆໃນຕົວເມືອງ ແລະ ເຂດຊານເມືອງລະ ບາຍບໍ່ທັນ, ຈຶ່ງເຮັດໃຫ້ເກີດມີນໍ້າຖ້ວມທາງໃນຫລາຍຈຸດ, ອັນໄດ້ສົ່ງຜົນກະທົບຕໍ່ການສັນຈອນເປັນ ອໍາມະພາດຢູ່ຫລາຍຍ່ານເປັນຫລາຍຊົ່ວໂມງ, ໂດຍສະເພາະເສັ້ນທາງແຕ່ດອນໜູນຫາທ່າງ່ອນ, ເມືອງໄຊທານີ ເຊັ່ນ: ເຂດບ້ານດົງໝາກຄາຍ, ດ່ານຊ້າງ, ລາດຄວາຍ,ບ້ານນາ ແລະ ອື່ນໆ ກະແສນໍ້າໄດ້ ຍື່ງໄຫລຖ້ວມເສັ້ນທາງ ແລະ ເຮືອນຊານຂອງປະຊາຊົນໃນເຂດດັ່ງກ່າວສູງປະມານ 30-40 ຊັງຕີແມັດ, ເຮັດໃຫ້ຍວດຍານພາຫະນະຂະໜາດນ້ອຍບໍ່

ສາມາດຜ່ານໄປມາໄດ້, ຍັງເຮັດໃຫ້ມີລົດຈັກ, ລົດເກງ ຫລາຍຄັນເກີດການເປ່ເພຍ້ອນລຸຍຜ່າກະແສນໍ້າດັ່ງກ່າວ. ນອກຈາກນີ້ຢູ່ເສັ້ນທາງເຂດສີແຍກໄຟແດງທາດຫລວງ ແລະ ບ່ອນອື່ນໆ ທີ່ເປັນພື້ນທີ່ຕໍ່າ ກໍມີສະພາບນໍ້າຖ້ວມອັ່ງຂັ່ງເຊັ່ນກັນ, ຊຶ່ງສະພາບດັ່ງກ່າວນີ້ບໍ່ແມ່ນບັນຫາໃໝ່, ແຕ່ມັນເກີດຂຶ້ນເລື້ອຍໆເມື່ອມີຝົນຕົກໜັກ ຫລື ຕົກລີນເປັນເວລາດົນ, ສາເຫດຕົ້ນຕໍແມ່ນຍ້ອນຮ່ອງລະບາຍນໍ້າຂອງທາງຫລາຍສາຍບໍ່ຮັບປະກັນ, ມີສະພາບຂີ້ດິນ, ຂີ້ເຫຍື້ອອຸດຕັນ ຈຶ່ງເຮັດໃຫ້ນໍ້າລະບາຍລົງສູ່ຮ່ອງນໍ້າສາຍຫລັກບໍ່ທັນຈຶ່ງເກີດມີສະພາບນໍ້າຖ້ວມດັ່ງກ່າວ ແລະ ຖ້າສະພາບແບບນີ້ແກ່ຍາວກໍຈະເປັນຕົ້ນເຫດໜຶ່ງເຮັດໃຫ້ເສັ້ນທາງເປ່ເພໄດ້ງ່າຍ.

 

ທີ່ມາຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...