Homeຂ່າວການພັດທະນາປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

Published on

ຂປລ. ວັນທີ 6 ກັນຍາ 2016 ນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ທີ່ ສປປ ລາວ ໄດ້ຮັບ ກຽດເປັນເຈົ້າພາບ.
ໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຊົມເຊີຍ ແລະຕີລາຄາສູງຕໍ່ ທ່ານ  ຫງວຽນ ຊວນຟຸກ ທີ່ໄດ້ນເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ຢູ່ນະຄອນ ຫລວງວຽງຈັນ, ເຊິ່ງເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ຜົນສຳເລັດ ຂອງກອງປະຊຸມດັ່ງກ່າວ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະການຮ່ວມມືແບບພິເສດ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະແຕກດອກອອກຜົນງອກງາມຍິ່ງໆຂຶ້ນ. ພ້ອມທັງສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ, ຊ່ວຍເຫລືອແກ່ ສປປ ລາວ ໃນ ການເປັນປະທານອາຊຽນໃນປີນີ້, ລວມທັງການປະກອບສ່ວນ ແລະສະໜັບສະໜູນ ຕໍ່ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 49 ແລະກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃຫ້ມີຜົນສຳເລັດ ຢ່າງຈົບງາມ. ພ້ອມທັງ ສະ ແດງຄວາມຫວັງວ່າ ສສ ຫວຽດນາມ ຈະສືບຕໍ່ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແກ່ ສປປ ລາວ ເພື່ອໃຫ້ກອງ ປະຊຸມສຸດຍອດຕ່າງໆໄດ້ຮັບຜົນສຳເລັດຢ່າງຈົບງາມ ກໍຄື ຜົນສຳເລັດການເປັນປະທານອາຊຽນ ຂອງສປປ ລາວ.
ທ່ານ ຫງວຽນ ຊວນຟຸກ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ສະຫລະເວລາອັນມີຄຸນຄ່າ ໃນການຕ້ອນຮັບອັນອົບອຸ່ນພ້ອມຄະນະ ໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ສສ ຫວຽດນາມ ຈະສືບຕໍ່ປະກອບສ່ວນຊ່ວຍເຫລືອແກ່ ສປປ ລາວ ໃນການເປັນ ປະທານອາຊຽນ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ຄວາມຫວັງວ່າ ລັດຖະບານທັງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ຈະສືບຕໍ່ໃຫ້ ການຊ່ວຍເຫລືອ, ສະໜັບສະໜູນເຊິ່ງກັນ ແລະກັນ ໃນທຸກຂົງເຂດວຽກງານ ແນໃສ່ສ້າງສາພັດທະນາ ປະເທດຊາດ ໃຫ້ໄດ້ຮັບການພັດທະນາ ແລະຈະເລີນຮຸງເຮືອງຍິ່ງໆຂຶ້ນ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...