Homeຂ່າວພາຍ​ໃນໂອບາມາປະກາດ ຈະໃຫ້ 90 ລ້ານໂດລາ ເພື່ອເກັບກູ້ລະເບີດໃນລາວ

ໂອບາມາປະກາດ ຈະໃຫ້ 90 ລ້ານໂດລາ ເພື່ອເກັບກູ້ລະເບີດໃນລາວ

Published on

ທ່ານປະທານາທິບໍດີ ບາລັກ ໂອບາມາ ປະກາດເງິນຊ່ວຍເຫຼືອຈຳນວນ 90 ລ້ານໂດລາ ເພື່ອເກັບກູ້ລະເບີດໃນສະໄໝສົງຄາມຂອງອາເມລິກາຈຳນວນ 10 ລ້ານກວ່າລູກ ທີ່ຍັງບໍ່ທັນແຕກໃນການຢ້ຽມຢາມພາຍໃນອາທິດນີ້

ການຊ່ວຍເຫຼືອຈະປະກອບມີເງິນທຶນເພື່ອກວດລ້າງລະເບີດ ລວມເຖິງລະບຸເຂດທີ່ຍັງມີລະເບີດຫຼົງເຫຼືອ ໃນທົ່ວປະເທດ ຈຳນວນລູກລະເບີດປະມານ 80 ລ້ານລູກແມ່ນຖືກຖິ້ມໃສ່ລາວພາຍໃຕ້ຂະບວນການຖິ້ມລະເບີດຂອງສະຫະລັດ ອາເມລິກາ ໃນໄລຍະສົງຄາມຫວຽດນາມ ເມື່ອປະມານ 40 ປີກ່ອນ. ການຢ້ຽມຢາມຂອງທ່ານຄັ້ງນີ້ ຖືເປັນຄັ້ງທຳອິດຂອງການຢ້ຽມຢາມຈາກປະທານນາທິບໍດີ ຂອງປະເທດສະຫະລັດ ອາເມລິກາໃນປະເທດລາວ.

DSCN0901

ແຫຼ່ງຂ່າວ: CNN

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...