Homeສຸຂະພາບ ແລະ ສີ່ງແວດລ້ອມສາເຫດຂອງການເກີດໜິ້ວໝາກໄຂ່ຫຼັງ ພ້ອມ 2 ສະໝຸນໄພຮັກສາ

ສາເຫດຂອງການເກີດໜິ້ວໝາກໄຂ່ຫຼັງ ພ້ອມ 2 ສະໝຸນໄພຮັກສາ

Published on

ສາເຫດຂອງການເກີດໜິ້ວໝາກໄຂ່ຫຼັງ ຈົນຮອດປັດຈຸບັນຍັງບໍ່ຮູ້ສາເຫດທີ່ຊັດເຈນວ່າ ແມ່ນຫຍັງທີ່ເປັນສາເຫດຫຼັກທີ່ເຮັດໃຫ້ເກີດໜິ້ວໄຂ່ຫຼັງ ແຕ່ມີປັດໃຈທີ່ບົ່ງບອກວ່າ ຜູ້ປ່ວຍບາງຄົນອາດເກີດຈາກພັນທຸກຳ, ການດື່ມນ້ຳໜ້ອຍ ການຂາດນ້ຳ ການໃຊ້ຢາບາງຊະນິດ ການຕິດເຊື້ອທາງລະບົບທາງເດີນປັດສະວະ ແລະ ພະຍາດບາງຢ່າງເຊັ່ນ: Hypercalciuria ເຊິ່ງເປັນໂຣກທາງພັນທຸກຳທີ່ຮ່າງກາຍຂັບເກືອແຄລຊ້ຽມອອກໄປທາງປັດສະວະຫຼາຍເກີນໄປ ປັດໃຈຕ່າງໆເຫຼົ່ານີ້ ເປັນປັດໃຈຮວມທີ່ເຮັດໃຫ້ເກີດໜິ້ວໝາກໄຂ່ຫຼັງໄດ້

ການຮັກສາໜິ້ວໝາກໄຂ່ຫຼັງດ້ວຍສະໝຸນໄພ

  1. ກະຊາຍ ໂດຍການນຳເອົາຫົວກະຊາຍມາ 3 ຫົວ ກັບເປືອກຫອຍແຄງ ມາ 7 ເປືອກ ລ້າງນ້ຳໃຫ້ສະອາດດີ ຈາກນັ້ນກໍ່ນຳໄປຕົ້ມໃສ່ກັບນ້ຳໃນປະລິມານນ້ຳ 1 ລິດ ຕົ້ມຈົນນ້ຳຟົດ ແລະ ຕົ້ມຈົນນ້ຳໃຫ້ເຫຼືອໃນປະລິມານນ້ຳພຽງເຄິ່ງລິດ ດື່ມກ່ອນອາຫານເຊົ້າ-ແລງ ຄັ້ງລະ 1 ຈອກ ດື່ມຕິດຕໍ່ກັນ 3-5 ມື້ ແລ້ວຢຸດ 2 ມື້ ຈິ່ງດື່ມຕໍ່ ຈະຊ່ວຍລະລາຍໜິ້ວໄຂ່ຫຼັງໄດ້

KC_1

2. ຫຍ້າໜວດແມວ ໂດຍການໃຊ້ຍອດອ່ອນ 2-3 ຍອດ ນຳມາລ້າງໃຫ້ສະອາດ ແລ້ວຕາກແດດໃຫ້ແຫ້ງ ເວລາໃຊ້ ແມ່ນໃຊ້ພຽງ 1 ຢູບມືໃສ່ລົງໃນຈອກ ແລ້ວຖອກນ້ຳຮ້ອນລົງໃສ່ຈອກ (ເຮັດຄືການຊົງຊາ) ຈາກນັ້ນກໍ່ເອົາຝາປິດໄວ້ 5-10 ນາທີ ແລ້ວຈິ່ງດື່ມ ທ່ານຄວນດື່ມຕອນທີ່ມັນຍັງຮ້ອນ ດື່ມມື້ລະ 3 ເທື່ອ ກ່ອນອາຫານ ເຊົ້າ-ສວາຍ-ແລງ ຫຼັງຈາກດື່ມນ້ຳຊາຫຍ້າໜວດແມວແລ້ວກໍ່ດື່ມນ້ຳລ້າຕາມລົງຫຼາຍໆ ຫຍ້າໜວດແມວບໍ່ຄວນໃຊ້ກັບຜູ້ປ່ວຍໂຣກຫົວໃຈ ແລະ ບໍ່ຄວນໃຊ້ກັບຄົນທີ່ກຳລັງກິນຢາແອສໄພຣິນ

6932

ໝາຍເຫດ: ການຮັກສາດ້ວຍສະໝຸນໄພນີ້ແມ່ນຈະໃຊ້ເຮັດຜົນກັບຜູ້ປ່ວຍທີ່ເປັນໜິ້ວໄຂ່ຫຼັງໃໝ່ ຄື ໜິ້ວໄຂ່ຫຼັງຍັງນ້ອຍໆ ເທົ່ານັ້ນ

 

ຂໍ້ມູນຈາກ: http://www.pikool.com/
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...