spot_img
Homeຂ່າວການສຶກສາວິທະຍາໄລຄູຫລວງນ້ຳທາ ສຳເລັດການສ້າງບຸກຄະລາກອນ 300 ກວ່າຄົນ

ວິທະຍາໄລຄູຫລວງນ້ຳທາ ສຳເລັດການສ້າງບຸກຄະລາກອນ 300 ກວ່າຄົນ

Published on

ຂປລ. ມຸນຕີ ໄຊຍະສິດທິວົງ ຜູ້ສື່ຂ່າວຈາກ ແຂວງຫລວງນ້ຳທາໃຫ້ຮູ້ວ່າ: ທ້າຍເດືອນສິງຫາຜ່ານມາ ວິທະຍາໄລຄູ ແຂວງຫລວງນ້ຳທາ ໄດ້ຈັດພິທີມອບ-ຮັບ ໃບປະກາສະນິຍາບັດ ໃຫ້ແກ່ນັກສຶກສາ ຈຳນວນ 309 ຄົນ, ຍິງ 209 ຄົນ. ໃນນັ້ນ ລະບົບຕໍ່ເນື່ອງຊັ້ນສູງ ສາຍຄູອະນຸບານ ຊຸດທີ 3 ມີ 90 ຄົນ ແລະ ສາຍຄູປະຖົມ ຊຸດທີ 4 ມີ 219 ຄົນ ໂດຍແມ່ນທ່ານ ຄຳໄຫລ ສີປະເສີດ ຫົວໜ້າຫ້ອງວ່າການປົກຄອງແຂວງ ເປັນຜູ້ມອບ.

ທ່ານ ຄຳສຸກ ທອງກ່ານ ຮອງຜູ້ອຳນວຍການໂຮງຮຽນວິທະຍາໄລຄູ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ວິທະຍາໄລດັ່ງກ່າວ ເປັນສະຖາບັນການສຶກສາແຫ່ງໜຶ່ງ ໃນຈຳນວນ 10 ແຫ່ງ ຂອງສະຖາບັນສ້າງຄູທົ່ວປະເທດ, ມີພາລະບົດບາດໃນການສ້າງຄູອະນຸບານ ແລະ ຄູປະຖົມລະບົບຊັ້ນກາງ 9+3 ແລະ ຊັ້ນສູງໃຫ້ແກ່ 3 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ບໍ່ແກ້ວ ແລະ ແຂວງຫລວງນ້ຳທາ ເຊິ່ງປະກອບມີ ສາຂາວິຊາຮຽນຕາມຫລັກສູດໂຄ່ງຮ່າງ, ຫລັກສູດຂອງກະຊວງສຶກສາທິການ ແລະ ກິລາ ເພື່ອແນ່ໃສ່ການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຄວາມຊຳນິຊຳນານ ແລະ ມີຄຸນສົມບັດສິນທຳປະຕິວັດ ເຂົ້າໃນການປະຕິບັດຫລັກສູດການຮຽນ-ການສອນ ເພື່ອຮອງຮັບຄຸນນະພາບການສຶກສາ ໃນລະດັບຊາດພາກພື້ນ ແລະ ສາກົນເທື່ອລະກ້າວ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...