spot_img
Homeນານາສາລະການປູກຜັກບົ້ງ ແບບບໍ່ຫົດນ້ຳ ແລະ ປອດສານພິດ

ການປູກຜັກບົ້ງ ແບບບໍ່ຫົດນ້ຳ ແລະ ປອດສານພິດ

Published on

ປັດຈຸບັນ ການບໍລິໂພກ ຜັກປອດສາດພິດ ແລະ ຜັກທີ່ເປັນຕົ້ນອ່ອນ ຕ່າງໆເຊັ່ນ: ຕົ້ນອ່ອນດອກຕາເວັນ, ຕົ້ນອ່ອນຜັກບົ້ງ ແລະ ອື່ນໆ ແຕ່ຜັກປະເພດນີ້ລາຄາອ່າວ ແພງກວ່າ ຜັກປະເພດທົ່ວໄປ ເພາະຊາວກະສິກອນຍັງບໍ່ນິຍົມປູກຫລາຍ. ດັ່ງນັ້ນຄໍລຳ ສາລະໜ້າຮູ້ ຈຶ່ງໄດ້ນຳເອົາຂໍ້ມູນ ແລະ ວິທີການປູກຜັກບົ້ງ ໄວ້ກິນເອງງ່າຍ ໂດຍບໍ່ຕ້ອງຫົດນໍ້າ ແລະ ຍັງປອດສາດພິດ ມານຳສະເໜີ ເຊິ່ງເປັນວິທີງ່າຍໆ ທີ່ທ່ານກໍສາມາດເຮັດໄດ້.

ສຳລັບອຸປະກອນ ການປູກປະກອບມີ: ກະຕ່ານ້ອຍໆ, ຊາມ ຫລື ຖັງນໍ້ານ້ອຍໆ ທີ່່ພໍດີກັບກະຕ່າ, ນໍ້າສະອາດ ແລະ ແກ່ນຜັກບົ້ງ.

ວິທີການປູກກໍງ່າຍໆ ພຽງແຕ່ນຳເອົາ ແກ່ນຜັກບົ້ງໃສ່ໃນກະຕ່າ ແລ້ວນຳໄປວາງໄວ້ໃນຊາມ ຫລື ຖັງນ້ຳ ໃສ່ນ້ຳໃຫ້ພໍຖ້ວມແກ່ນຜັກບົ້ງໜ້ອຍໜຶ່ງເມື່ອເວລາຜ່ານໄປ 2-3 ມື້ ແກ່ນຜັກບົ້ງກໍຈະແຕກໜໍ່ອອກມາ ແລະ ນຳໄປວາງໄວ້ ໃນບ່ອນທີ່ມີແສງ ລໍຖ້າເວລາໃຫ້ຜັກບົ້ງຂອງເຮົາຈະເລີນເຕີບໂຕ ກໍສາມາດເກັບມາກິນໄດ້ເລີຍ.

 

ທີ່ມາຈາກ: http://kpl.gov.la/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...