Homeນານາສາລະ10 ອັນດັບຄົນທີ່ລວຍທີ່ສຸດໃນໂລກປີ 2016 ທີ່ບໍ່ມີໃຜຢຸດເຂົາເຈົ້າໄດ້

10 ອັນດັບຄົນທີ່ລວຍທີ່ສຸດໃນໂລກປີ 2016 ທີ່ບໍ່ມີໃຜຢຸດເຂົາເຈົ້າໄດ້

Published on

ການຈັດອັນດັບມະຫາເສດຖີລະດັບໂລກ ບໍ່ແມ່ນເລື່ອງທີ່ຕັດສິນໃຈໄດ້ງ່າຍ, ແຕ່ Wealth-X ບໍລິສັດວິໄຈ ແລະ ເກັບຂໍ້ມູນຂ່າວຄວາມເຄື່ອນໄຫວຂອງມະຫາເສດຖີໃນໂລກ, ໄດ້ລວບລວມສະຖິຕິຈາກການສຳຫລວດ ແລະ ອາໄສຂໍ້ມູນເກົ່າຈາກການຕິດຕາມການເຄື່ອນໄຫວຂອງມະຫາເສດຖີກວ່າ 110,000 ຄົນ ເປັນການຈັດອັນດັບມະຫາເສດຖີໃນປີ 2016. ເຊິ່ງໃນມື້ນີ້ທາງ DevCrown ຈະພາໄປເບິ່ງ 10 ອັນດັບມະຫາເສດຖີ ທີ່ລວຍທີ່ສຸດໃນໂລກ ແລະ ມະຫາເສດຖີທີ່ກ່ຽວຂ້ອງກັບເທັກໂນໂລຢີຈະມີໃຜແດ່ ໄປເບິ່ງກັນເລີຍ.

1.ບິລ ເກສ (Bill Gates)

1-bill-gates-696x430

ເຈົ້າພໍ່ແຫ່ງ Microsoft ຍັງຄົງຄອງແຊ້ມຄວ້າຕໍາແໜ່ງຄົນທີ່ລວຍທີ່ສຸດໃນໂລກ ປີ 2016 ໄປໄວ້ໃນອ້ອມກອດຢ່າງສະບາຍສະບາຍ. ດ້ວຍມູນຄ່າຂອງຊັບສິນທີ່ຖືຄອງຢ່າງໜ້ອຍ 87.4 ພັນລ້ານໂດລາ.

2.ອາມັນຊິໂອ ອໍເຕກ້າ (Amancio Ortega)

2-Amancio_2392297b

ມະຫາເສດຖີຜູ້ນີ້ສົ່ງກົງມາຈາກສະເປນ ແລະ ລາວນີ້ລະແມ່ນ CEO ສູງສຸດຂອງແບຣນ ZARA ຮ້ານເສື້ອຜ້າຊື່ດັງທີ່ມີສາຂາຢູ່ທົ່ວທຸກມູມໂລກ ແລະ ໃນໄວ 79 ປີ ຕອນນີ້ ອາມັນຊິໂອ, ຖືຄອງຊັບສິນທີ່ປະເມີນຄ່າບໍ່ຕ່ຳກວ່າ 66.8 ພັນລ້ານໂດລາ.

3.ວໍເຣນ ບັຟເຟຕ (Warren Buffett)

3_warren-buffett_650x455

ໃນປີນີ້ ວໍເຣນ ບັຟເຟຕ ນັກລົງທຶນຊື່ດັງຂອງໂລກ ແລະ CEO ຂອງ Berkshire Hathaway ຕິດອັນດັບທີ 3 ດ້ວຍມູນຄ່າຊັບສິນບໍ່ຕໍ່າກວ່າ 60.7 ພັນລ້ານໂດລາ.

4.ເຈຟ ເບໂຊສ (Jeff Bezos)

SANTA MONICA, CA - SEPTEMBER 6: Amazon CEO Jeff Bezos unveils new Kindle reading devices at a press conference on September 6, 2012 in Santa Monica, California. Amazon unveiled the Kindle Paperwhite and the Kindle Fire HD in 7 and 8.9-inch sizes. (Photo by David McNew/Getty Images)

CEO ຂອງAmazon.com ຄົນນີ້ຍັງຄົງຕິດ 1 ໃນ 10 ຄົນທີ່ລວຍທີ່ສຸດໃນໂລກ. ໂດຍໃນປີ 2016 ເຈຟ ກໍ່ຕິດອັນດັບທີ 4 ແລະ ຈາກການສຳຫຼວດກໍ່ພົບວ່າ ລາວຖືຄອງຊັບສິນທັງໝົດປະມານ 56.6 ພັນລ້ານໂດລາ.

5.ເດວິດ ຄອຊ (David Koch)

5_david_koch_ap_328

ໃນຖານະທີ່ເປັນເຖິງ CEO ຂອງບໍລິສັດ Koch Chemical Technology Group ພ້ອມດ້ວຍຊັບສິນທີ່ບໍ່ໜ້ອຍກວ່າ 47.4 ພັນລ້ານໂດລາ.

6.ຊາລ໌ສ ຄອຊ (Charles Koch)

6-charles-koch-980-696x348

ຕາມນ້ອງຊາຍມາຕິດໆໃນອັນດັບທີ 6 ແລະ ໃນສ່ວນຂອງ ຊາລ໌ສ ຄອຊ CEO ແຫ່ງ Koch Industries ກໍ່ມີຊັບສິນຢ່າງຕໍ່າຢູ່ທີ່ 46.8 ພັນລ້ານໂດລ່າ.

7. ລາລີ່ ແອລລີສັນ (Larry Ellison)

7-larry

ດ້ວຍເຫື່ອແຮງທີ່ຜັກດັນໃຫ້ບໍລິສັດ Oracle Database ໄດ້ກາຍມາເປັນຖານຂໍ້ມູນທີ່ໄດ້ຮັບຄວາມນິຍົມສູງສຸດເທົ່າທີ່ເຄີຍມີມາ ສົ່ງຜົນໃຫ້ ລາລີ່ ແອລລີສັນ ຂຶ້ນເປັນຄົນທີ່ລວຍຕິດອັນດັບໂລກ ແລະ ດ້ວຍຊັບສິນລວມທີ່ບໍ່ຕໍ່າກວ່າ 45.3 ພັນລ້ານໂດລາ.

8.ມາກ ຊັກເຄີເບີກ (Mark Zuckerberg)

8-mark-zucker

ສຳລັບຄົນນີ້ ຄົນລາວຫຼາຍຄົນຄົງຈະຮູ້ຈັກ ເພາະລາວເປັນຜູ້ກໍ່ຕັ້ງ ແລະ CEO ຂອງ Facebook ສັງຄົມອອນລາຍທີ່ໂດ່ງດັງຫຼາຍໆໃນຍຸກນີ້ ແລະ ອ້າຍມາກຂອງເຮົາມີຊັບສິນທີ່ບໍ່ຕໍ່າກວ່າ 42.8 ພັນລ້ານໂດລາ.

9.ໄມເຄີລ ບລູມເບີກ (Michael Bloomberg)

9_michael_bloomberg-696x392

ມະຫາເສດຖີດ້ານສື່ໂທລະພາບ ແລະ ສື່ການເງິນລະດັບໂລກ, ເປັນຜູ້ທີ່ຖືຄອງຊັບສິນຢ່າງໜ້ອຍ 42.1 ພັນລ້ານໂດລ່າ.

10.ອິງວາ ຄຳພຣາດ (Ingvar Kamprad)

10-ingvar-kamprad-696x360

ອິງວາ ຄຳພຣາດ ເຈົ້າພໍ່ບໍລິສັດເຄື່ອງໃຊ້ໃນບ້ານຈາກສະວີເດັນຢ່າງ IKEA ຜູ້ທີ່ເລີ່ມກໍ່ຕັ້ງບໍລິສັດຂຶ້ນມາໃນຕອນທີ່ລາວມີອາຍຸພຽງ 17 ປີ ແລະ ໃນມື້ນີ້ໃນໄວ 89 ປີ ລາວກໍ່ສາມາດພາໃຫ້ບໍລິສັດ IKEA ກະຈາຍສາຂາໄປທົ່ວໂລກ ແລະ ພ້ອມດ້ວຍຊັບສິນທີ່ບໍ່ຕໍ່າກວ່າ 39.3 ພັນລ້ານໂດລາ.

 

ແຫລ່ງທີ່ມາຈາກ:http://www.devcrown.com/ ແລະ Kapook

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...