spot_img
Homeມຸມຂ່າວ AECນັກຂ່າວ 1.000 ກວ່າຄົນຈາກ 256 ສຳນັກຂ່າວໃນ 33 ປະເທດເຂົ້າຮ່ວມເກັບກໍາຂ່າວກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29

ນັກຂ່າວ 1.000 ກວ່າຄົນຈາກ 256 ສຳນັກຂ່າວໃນ 33 ປະເທດເຂົ້າຮ່ວມເກັບກໍາຂ່າວກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29

Published on

ວັນທີ 4/9/2016, ປັດຈຸບັນ ການກະກຽມຄວາມພ້ອມທາງດ້ານຕ່າງໆຂອງສູນຂ່າວ ທັງພາຍໃນ ແລະ ຕ່າງປະເທດ ແມ່ນສຳເລັດສົມບູນ ພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ່ 28, 29 ແລະ ກອງປະຊຸມປິ່ນອ້ອມອື່ນໆທີ່ກ່ຽວຂ້ອງ ເພື່ອລາຍງານຂ່າວຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມສະດວກວ່ອງໄວ ແລະ ທັນການ.

180

ທ່ານ ພອນທະວີ ບຸດດາລາ ຫົວໜ້າກົມການຂ່າວ ກະຊວງການຕ່າງປະເທດ ຫົວໜ້າສູນຂ່າວຕ່າງປະເທດ ອະນຸກຳມະການໂຄສະນາເຜີຍແຜ່ວັດທະນະທຳ ແລະ ຂ່າວສານ ເປີດເຜີຍວ່າ: ສູນຂ່າວ ທັງພາຍໃນ ແລະ ຕ່າງປະເທດ ແມ່ນຕັ້ງຢູ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ຫລັກ 5 ນະຄອນຫລວງວຽງຈັນ ເຊິ່ງມີຄວາມພ້ອມ 100%, ປະກອບມີສິ່ງອຳນວຍຄວາມສະດວກຄົບຊຸດ ເປັນຕົ້ນແມ່ນຫ້ອງເຮັດວຽກຂອງນັກຂ່າວ, ຈຸດບໍລິການພາບໜິ້ງ-ພາບເໜັງ, ຈຸດຮັບລິ້ງສັນຍານພາບສົດ, ຫ້ອງຖະແຫລງຂ່າວ, ຫ້ອງປະກາດຂ່າວ, ຫ້ອງວາງສະແດງ ແລະ ບໍລິການການເງິນ, ການສື່ສານດ້ານໂທລະຄົມ, ອິນເຕີເນັດຄວາມໄວສູງ, ໂທລະສັບ, ແຟັກ,ລວມທັງສັນຍານໂທລະພາບດີຈີຕອນ. ພ້ອມນີ້ ຍັງມີຫ້ອງບໍ ລິການແພດສຸກເສີນ, ຫ້ອງອາຫານ ແລະ ເຄື່ອງດື່ມອີກດ້ວຍ.

ສະເພາະນັກຂ່າວຕ່າງປະເທດ ທີ່ໄດ້ລົງທະບຽນເຂົ້າມາຕິດຕາມລາຍງານຂ່າວກອງປະຊຸມສຸດຍອດອາຊຽນ ຄັ້ງນີ້ ມີຫລາຍກວ່າ 1.000 ຄົນ, ຈາກ 256 ສຳນັກຂ່າວ ຂອງ 33 ປະເທດ ໃນນັ້ນ, ຫລາຍກວ່າໝູ່ ນັກຂ່າວຈາກຍີ່ປຸ່ນ 184 ຄົນ, ສ ເກົາຫລີ 152, ສປ ຈີນ 144 ຄົນ ຕາມລຳດັບ. ສະນັ້ນ ທາງກົມຂ່າວ ກະຊວງການຕ່າງປະເທດ ໄດ້ມີການຮ່ວມມື ແລະ ຄຸ້ມຄອງ ທັງອຳນວຍຄວາມສະດວກໃນດ້ານຕ່າງໆ, ສ່ວນໃນຂອບເຂດສູນ ຍັງມີການຈັດວາງຄວາມສະຫງົບປອດໄພເປັນຢ່າງດີ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...