Homeນານາສາລະສາລີສາຍພັນອັນຍະມະນີແກ້ວ ສາລີທີ່ງາມທີ່ສຸດໃນໂລກ

ສາລີສາຍພັນອັນຍະມະນີແກ້ວ ສາລີທີ່ງາມທີ່ສຸດໃນໂລກ

Published on

ຕ້ອງບອກໄວ້ກ່ອນເລີຍວ່າ ມັນເປັນສາລີແທ້ ບໍ່ໄດ້ເປັນພາບແຕ່ງຈາກ Photoshop ສາລີພັນນີ້ຊື່ວ່າ ສາລີອັນຍະມະນີແກ້ວ (Glass Gem Corn) ເນື່ອງຈາກມີສີສັນຫຼາກຫຼາຍ ແລະ ເມື່ອນຳໄປຕົ້ມມັນຍັງເຫຼື້ອມມັນວາວອີກຕ່າງຫາກ

sali

ສຳລັບຕົ້ນກຳເນີດຂອງສາລີອັນຍະມະນີແກ້ວ ນັ້ນເລີ່ມຂຶ້ນເມື່ອ ທ້າວ ຄລາຣ໌ ບຣາສ໌ ກະສິກອນຊາວເຊີໂຣຄີ ເປັນຊົນເຜົ່າພື້ນເມືອງຂອງອາເມລິກາ ຈາກລັດໂອຄລາໂຮມາ ສະຫະລັດອາເມລິກາ ເລີ່ມສັງເກດເຫັນວ່າ ບາງເທື່ອສາລີໃນໄຮ່ຂອງລາວຈະມີສີຂອງເມັດທີ່ເບິ່ງແຕກຕ່າງໄປຈາກປົກກະຕິ ເຂົາຈິ່ງໄດ້ເລີ່ມທຸ້ມເທເວລາໄປກັບການຄົ້ນຄ້ວາ ແລະ ພັດທະນາສາຍພັນສາລີຂຶ້ນ ຈົນໃນທີ່ສຸດລາວກໍ່ປະສົບຜົນສຳເລັດ ແລະ ສາມາດເພາະພັນ ແນວພັນສາລີອັນຍະມະນີ້ແກ້ວ ທີ່ບໍ່ວ່າໃຜໄດ້ເຫັນແລ້ວຕ້ອງຊື່ນຊົມໃນຄວາມງາມເໝືອນກັບງານສີລະປະຫຼາຍກວ່າເປັນພຽງພັນພືດເທົ່ານັ້ນ

6651ຈາກນັ້ນເມື່ອປີ 2013 ກ່ອນທີ່ ຄລາຣ໌ ຈະສິ້ນລົມຫາຍໃຈ ເຂົາໄດ້ຝາກສາລີອັນຍະມະນີແກ້ວທີ່ເຂົາເຄີຍເກັບໄວ້ໃຫ້ກັບທ້າວ ເກຣກ ສະໂຄນ ນັກເພາະພັນສາລີ ເພື່ອຝາກພາລະກິດໃນການປົກປ້ອງສາຍພັນສາລີທີ່ງົດງາມນີ້ໄວ້ບໍ່ໃຫ້ຫາຍສາບສູນໄປ ເຊິ່ງຄວາມຫວັງຂອງຄລາຣ໌ ກໍ່ເປັນຄວາມຈິງ ແລ້ວສາລີອັນຍະມະນີແກ້ວກໍ່ຍັງໄດ້ຮັບການປັງປຸງສາຍພັນຈົນມີສີສັນທີ່ຕ່າງຈາກສາຍພັນເດີມອອກມາຫຼາຍຫຼາກສີອີກດ້ວຍ

6654

ດ້ວຍຄວາມງາມຂອງສາລີພັນນີ້ ຈິ່ງມີຄຳຖາມທີ່ວ່າ ສາລີພັນນີ້ກິນໄດ້ບໍ່ ຄຳຕອບຄືກິນໄດ້ ແຕ່ບໍ່ແມ່ນການນຳໄປຕົ້ມກິນ ສາລີພັນແກ້ວມະນີເປັນສາຍພັນທີ່ນຳໄປຂົ້ວກິນເປັນແບບປ໊ອບຄອນ (Popcorn) ຫຼື ນຳໄປບົດເຮັດເປັນແປ້ງສາລີ ຫຼື ນຳໄປປູກເພື່ອຄວາມສວຍງາມ

 

ຂໍ້ມູນຈາກ: http://hilight.kapook.com/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...