Homeນານາສາລະສາລະພັດ ຄຸນປະໂຫຍດຂອງເຂົ້າສານ

ສາລະພັດ ຄຸນປະໂຫຍດຂອງເຂົ້າສານ

Published on

ໃຜກໍ່ຄົງຈະຮູ້ຈັກ “ເຂົ້າ” ເຊິ່ງຄົນທົ່ວໂລກບໍລິໂພກຢ່າງແພ່ຫຼາຍ ຮູ້ບໍ່ວ່າເຂົ້າບໍ່ໄດ້ເປັນພຽງອາຫານຫຼັກສຳລັບທຸກບ້ານ ເພາະມັນມີປະໂຫຍດຫຼາຍຢ່າງ ເປັນໄດ້ຫຼາຍກວ່າການເກັບໄວ້ກິນ
1.ຝົນຄົມມີດໃນເຄື່ອງປັ່ນໃຫ້ຄົມ ໝົດຄວາມກັງວົນເລື່ອງຄົມມີດໃນໂຖປັ່ນອາຫານບໍ່ເຂົ້າ ພຽງນຳເຂົາສານເຄິ່ງຖ້ວຍເທໃສ່ເຄື່ອງປັ່ນ ແລ້ວເປີດເຄື່ອງໃຫ້ທຳງານປະມານ 2 ນາທີ ທ່ານຈະຄືໄດ້ເຄື່ອງປັ່ນອັນໃໝ່ມາໃຊ້
2.ທຳຄວາມສະອາດໂຖ ຫຼືກວດແກ້ວ ເທເຂົ້າສານປະມານ 2 ບ່ວງລົງໃນນ້ຳອຸ່ນແຊ່ໄວ້ປະມານ 15 ນາທີເທໃສ່ຂວດແລ້ວສັ່ນ ກວດແລະໂຖຈະສະອາດຫຼາຍຂື້ນ
3.ກຳຈັດຂີ້ໝ້ຽງກັບອຸປະກອນຕ່າງໆ ໃສ່ເຂົ້າສານ 2-3 ບ່ວງລົງໃນກ໋ອງເຄື່ອງມື ເຂົ້າສານຈະຊ່ວຍດູດຄວາມຊຸ່ມ ເຮັດໃຫ້ເຄື່ອງມືໃນກ໋ອງແຫ້ງປະສະຈາກຂີ້ໝ້ຽງ
4.ເຮັດຄວາມສະອາດເຄື່ອງບົດກາເຟ ຖ້າເຄື່ອງບົດກາເຟຫຼືເຄື່ອງເທດຂອງທ່ານຝືດ ມີຂີ້ໝ້ຽງເຂົ້າສານສາມາດຊ່ວຍໃຫ້ລະບົບການເຮັດວຽກຂອງເຄື່ອງບົດກັບມາເຮັດວຽກໄດ້ຄືເກົ່າ
5.ບໍ່ເຮັດໃຫ້ເກືອຈັບກັນເປັນກ້ອນ
ຫາກລອງສັງເກດເກືອໃນກະປຸກທີ່ເຮົາໃຊ້ໆກັນ ບາງຄັ້ງອາດຈັບໂຕເປັນກ້ອນເພາະຄວາມຊຸ່ມ ແຕ່ຫາກເຮົາໃສ່ເຂົ້າສານລົງໄປຈະຊ່ວຍເຮັດໃຫ້ບໍ່ເກີດການຈັບໂຕຂອງເກືອ
6.ບົ່ມໝາກໄມ້ໃຫ້ສຸກໄວຂື້ນ
ເທເຂົ້າສານລົງໃນຊາມ ຈາກນັ້ນນຳໝາກໄມ້ທີ່ຕ້ອງການບົ່ມໃສ່ລົງໄປໃນເຂົ້າສານ ເຂົ້າສານຈະເປັນໂຕຊ່ວຍດັກຈັບເອທິລິນແລະເຮັດໃຫ້ໝາກໄມ້ສຸກໄວຍິ່ງຂື້ນ
7.ທົດສອບອຸນຫະພູມນ້ຳມັນ
ຫາກທ່ານຕ້ອງການຈະທອດຫຍັງຈັກຢ່າງ ລອງທົດສອບຄວາມຮ້ອນຂອງນ້ຳມັນດ້ວຍການຖິ້ມເຂົ້າສານລົງໃນໝໍ້ ຫາກເຂົ້າສານລອຍໂຕຂື້ນສະແດງວ່ານ້ຳມັນຮ້ອນໃຊ້ໄດ້ແລ້ວ
8. ທົດລອງເຫັດຕາຍເບື່ອ
ຫາກທ່ານຊື້ເຫດທຳມະຊາດມາກິນ ແລະບໍ່ແນ່ໃຈວ່າເຫັດເບື່ອຫຼືບໍ່ ເວລາປຸງອາຫານໃຫ້ກຳເຂົ້າສານລົງໄປ ຫາກເຂົ້າສານປ່ຽນສີເປັນສີແດງ, ສີດຳ ຫຼືສີມ້ວງ ສະແດງວ່າເຫັດເບື່ອ ບໍ່ສາມາດຮັບປະທານໄດ້.
9. ຢາງໝາກມີ້ຕິດມີດ
ມີດທີ່ຕິດຢາງໝາກມີ້ ຫຼືຢາງໝາກໄມ້ຂະນິດອື່ນ ຈະລ້າງອອກຍາກທີ່ສຸດ ລອງໃຊ້ເຂົ້າສານຖູອອກ ມີດຈະສະອາດດີ
10. ແກງເຄັມ
ຫາກແກງຂອງທ່ານເຄັມເກີນໄປ ໃຫ້ເອົາເຂົ້າສານຫໍ່ໃສ່ແພຂາວ ແລ້ວຖິ້ມລົງໃນໝໍ້ແກງທີ່ກຳລັງຟົດ ເຂົ້າສານຈະຊ່ວຍດູດຄວາມເຄັມໄດ້ດີ.

 

ຂໍ້ມູນຈາກ:ວາລະສານ ມະຫາຊົນ
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...