Homeຂ່າວພາຍ​ໃນ2 ສາວຢູໂດທີມຊາດລາວສ້າງຊື່ສຽງ ໃນການແຂ່ງຂັນ World martial arts Masterships 2016

2 ສາວຢູໂດທີມຊາດລາວສ້າງຊື່ສຽງ ໃນການແຂ່ງຂັນ World martial arts Masterships 2016

Published on

ຊົມເຊີຍ ຜົນງານນັກກິລາຢູໂດ ທີມຊາດລາວ ປະເພດ ຢູໂນກາຕະ ທີ່ສາມມາດຄວ້າຫລຽນຄຳໄດ້ ໃນການແຂ່ງຂັນ ຢູໂດລາຍການ 2016 Cheongju World Martial Arts Masterships ທີ່ປະເທດເກົາຫລີໃຕ້ ໃນວັນທີ2/9/2016 ນີ້ ເຊິ່ງຮອບຊີງຊະນະເລີດ ນັກກິລາຢູໂດທີມຊາດລາວ ໄດ້ແກ່ ນາງ ມະຍຸລີ ພານຸວົງ (ໂຕຣິ) ແລະ ນາງ ພອນວັນ ສີອຳພອນ (ອູເກະ) ສາມາດເຮັດຄະແນນໄປໄດ້ 423 ຄະແນນ ສ່ວນຫລຽນເງິນ ແລະ ຫລຽນທອງ ຕົກເປັນຂອງນັກກິລາຈາກເຈົ້າພາບ ເກົາຫລີໃຕ້ ທັງຫມົດ ເຊິ່ງຫລຽນເງິນໄດ້ຄະແນນ 421 ຄະແນນ ແລະ ຫລຽນທອງ ທັງສອງຄູ່ ແມ່ນໄດ້ 405 ຄະແນນ

633_sub_1

633_sub_2

ຂອບໃຈພາບແລະຂ່າວຈາກ: mayouly.phanouvong ແລະ ກຸຫລາບຫນຸ່ມ

http://laosportnews.com/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...