Homeຂ່າວພາຍ​ໃນເສັ້ນທາງສູ່ ການແຂ່ງຂັນ ຮອບສຸດທ້າຍ ບານເຕະຍິງ U16 ຊີງແຊ້ມອາຊີ 2017 ທີ່ປະເທດຈີນ ທ້າຍປີ 2017

ເສັ້ນທາງສູ່ ການແຂ່ງຂັນ ຮອບສຸດທ້າຍ ບານເຕະຍິງ U16 ຊີງແຊ້ມອາຊີ 2017 ທີ່ປະເທດຈີນ ທ້າຍປີ 2017

Published on

ເນື່ອງຈາກມີ ກະແສຄວາມບໍ່ເຂົ້າໃຈ ໃນເລື່ອງການຜ່ານ ເຂົ້າໄປແຂ່ງໃນ ຮອບສຸດທ້າຍ ການແຂ່ງຂັນ ບານເຕະຍິງ U16 ຊີງແຊັມອາຊີ 2017 ໂດຍສະເພາະແມ່ນ ການແຂ່ງຂັນ ຮອບຄັດເລືອກຂອງກຸ່ມ A ເຊິ່ງ ທີມຊາດລາວ ກໍ່ເປັນໜຶ່ງໃນທີມ ທີ່ລຸ້ນເຂົ້າຮອບ.

ການແຂ່ງຂັນບານເຕະຍິງ U16 ຊີງແຊັມອາຊີ 2017 ຮອບສຸດທ້າຍ ທີ່ຈະຈັດທີ່ປະເທດຈີີນ ທ້າຍປີ 2017 ແມ່ນມີທັງໝົດ 8 ທີມ, 4 ທີມທຳອິດແມ່ນໄດ້ຈາກ ທີມທີ່ໄດ້ອັນດັບທີ 1 ເຖິງ 4 ໃນການແຂ່ງຂັນບານເຕະຍິງ U16 ຊີງແຊັມອາຊີ 2015 ເຊິ່ງປະກອບມີ ເກົາຫຼີເໜືອ, ຍິ່ປຸ່ນ, ຈີນ ແລະ ໄທ ຕາມລຳດັບ ແລະ ອີກ 4 ທີມແມ່ນໄດ້ຈາກການແຂ່ງຂັນໃນ ຮອບຄັດເລືອກ ເຊິ່ງແບ່ງເປັນ 4 ກຸ່ມ ແຂ່ງຂັນຄັດເອົາ ທີ 1 ຂອງແຕ່ລະກຸ່ມເຂົ້າຮອບຕໍ່ໄປ. ສຳລັບ ທີມຊາດໄທ ແມ່ນມີຄວາມປະສົງ ຂໍເຂົ້າຮ່ວມການແຂ່ງຂັນ ໃນຮອບຄັດເລືອກອີກ ເຊິ່ງຢູ່ກຸ່ມ A ຮ່ວມກັບລາວ, ມຽນມາ, ຈໍແດນ ແລະ ກວມ.

ຈາກເລື່ອງດັ່ງກ່າວ, ເຮັດໃຫ້ກຸ່ມ A ຕ້ອງມີທີມຜ່ານເຂົ້າຮອບຕໍ່ໄປ 2 ທີມ, ທີມທີ 1 ແມ່ນ ທີມຊາດໄທ ທີ່ເຂົ້າຮອບສຸດທ້າຍ ຕາມໂຄຕ້າ ທີ່ກ່າວໄວ້ດ້ານເທິງ ແລະ ອີກ 1 ທີມທີ່ມີຄະແນນ ທີ່ດີທີ່ສຸດຂອງກຸ່ມ ເຊິ່ງນະເວລານີ້ ມີ 2 ທີມທີ່ມີຄວາມເປັນໄປໄດ້ຄື ທີມຊາດລາວ ແລະ ທີມຊາດມຽນມາ ເຊິ່ງ ທີມຊາດລາວ ແຂ່ງຈົບໄປແລ້ວ 4 ນັດມີ 9 ຄະແນນ, ສ່ວນ ທີມຊາດມຽນມາ ແຂ່ງໄປແລ້ວ 2 ນັດ ມີ 3 ຄະແນນ ຍັງເຫຼືອອີກ 2 ນັດ, ຖ້າ ທີມຊາດມຽນມາ ມີຜົນຢ່າງໜ້ອຍຄື ສະເໝີ 1 ໃນ 2 ນັດທີ່ເຫຼືອ ນັ້ນກໍ່ໝາຍຄວາມວ່າ ທີມຊາດລາວ ຈະເຂົ້າຮອບສຸດທ້າຍ ໃນຖານະທີມທີ່ມີຄະແນນ ທີ່ດີທີ່ສຸດຂອງກຸ່ມ (ບໍ່ນັດ ທີມຊາດໄທ). ແຕ່ຖ້າ ທີມຊາດມຽນມາ ຕ້ອງການເຂົ້າຮອບຕໍ່ໄປ ພວກເຂົາຕ້ອງເອົາຊະນະໃຫ້ໄດ້ທັງ 2 ນັດທີ່ຍັງເຫຼືອ ໂດຍສະເພາະນັດສຸດທ້າຍ ພວກເຂົາຕ້ອງເອົາຊະນະ ທີມຊາດໄທ (ທີ່ເອົາຊະນະ ທີມຊາດລາວ 5 ປະຕູຕໍ່ 2) 3 ປະຕູຂຶ້ນໄປ ເນື່ອງຈາກ ທີມຊາດລາວ ຊະນະ ທີມຊາດມຽນມາ 5 ປະຕູຕໍ່ 2 ແລະ ທີມຊາດໄທ ກໍ່ເອົາຊະນະ ທີມຊາດລາວ 5 ປະຕູຕໍ່ 2 ເຊັ່ນກັນ.

 

ຂອງໃຈຂໍ້ມູນຈາກ fathailand.org, the-afc.com, wikipedia.org
ຂອບໃຈຮູບຈາກ ສະຫະພັນບານເຕະ ແຫງຊາດລາວ ແລະ http://laosportnews.com/

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...