spot_img
Homeໜັງໃໝ່Skiptrace (ຄູ່ໃຫຍ່ສັ່ງມາຟັດ) ຮູບເງົາສ້າງຂຶ້ນເພື່ອສະຫຼອງຄົບຮອບ 50 ປີຂອງເສິນຫຼົງ

Skiptrace (ຄູ່ໃຫຍ່ສັ່ງມາຟັດ) ຮູບເງົາສ້າງຂຶ້ນເພື່ອສະຫຼອງຄົບຮອບ 50 ປີຂອງເສິນຫຼົງ

Published on

ເປີດຕົວຢູ່ ສປ ຈີນ ແລ້ວສຳຮັບຮູບເງົາເລື່ອງ Skiptrace (ຄູ່ໃຫຍ່ສັ່ງມາຟັດ) ຜົນງານການສະແດງຫຼ້າສຸດຂອງ ເສິນຫຼົງ ເປີດສາຍພຽງ 4 ມື້ສ້າງລາຍ ໄດ້ເຖິງ 55 ລ້ານໂດລາສະຫະລັດ.
ຮູບເງົາເລົ່າເລື່ອງຂອງເບນນີຊານ (ເສິນຫຼົງ)ສາຍສືບຄົນຮົງກົງ ທີ່ກຳລັງຕາມລ່າຫົວໜ້າແກ້ງມາເຟຍນາມວ່າ ວິກເຕີ ຫວ່ອງ (ວິນສະຕັນສເຊົາ) ມາດົນກວ່າທົດສະວັດ ເມື່ອຫຼານສາວຂອງເຂົາຊາແມນທາ (ຟ່ານປິງປິງ) ຕ້ອງໄປພົວພັນ ກັບມາເຟຍ ຊຶ່ງຄົນທີ່ມີຫຼັກຖານມັດຕົວ ເຈົ້າພໍ່ໄດ້ນັ້ນຄື ພະນັນຄົນອາເມລິກາຄອນ ເນີ ວັດ(ຈອນນີນ໊ອກຊວິລ) ແຕ່ພັດຖືກມາເຟຍຈັບຕົວໄປຣັດເຊຍ ດັ່ງນັ້ນເບນນີ ຈິ່ງໄປຊ່ວຍເຫຼືອຄອນເນີ ເພື່ອເປັນພະຍານນຳເອົາວິກເຕີມາລົງໂທດ ແລະຊ່ວຍເຫຼືອຊາແມນທາໃຫ້ໄດ້. ຊຶ່ງຮູບເງົາເລື່ອງນີ້ເປັນຜົນງານ ອັນດັບທີ 130 ແລະສ້າງຂຶ້ນເພື່ອສະຫຼອງຄົບຮອບ 50 ປີ ໃນວົງການຮູບເງົາຂອງເສິນຫຼົງຮູບເງົາເລື່ອງນີ້ໃຊ້ທຶນສ້າງ 30 ລ້ານໂດລາ ແລະຖ່າຍທຳຕັ້ງແຕ່ຣັດເຊຍໄປຮອດມົງໂກນໄປຈົນເຖິງຮົງກົງ, ມາເກົາກຳກັບ ໂດຍ ເຣນນີ ຮາຣລິນ ຜູ້ກຳກັບຮູບເງົາທີ່ມີສີມື.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...