spot_img
Homeຂ່າວເຫດການຊີວະປະຫວັດຫຍໍ້ ທ່ານ ຫລີເຄີ່ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

ຊີວະປະຫວັດຫຍໍ້ ທ່ານ ຫລີເຄີ່ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

Published on

ຊື່ ແລະ ນາມສະກຸນ: ຫລີເຄີ່ສຽງ (Li Keqiang), ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

ເກີດເມື່ອ: ເດືອນກໍລະກົດ 1955, ທີ່ ແຂວງ ອ່ານຮຸ່ຍ

ວັນທີເຂົ້າການປະຕິວັດ: ເດືອນມີນາ 1974

ວັນເຂົ້າເປັນ ສະມາຊິກພັກ: ເດືອນພຶດສະພາ 1976

ລະດັບການສຶກສາ: ປະລິນຍາເອກ ດ້ານກົດໝາຍ ແລະ ດ້ານເສດຖະສາດ ມະຫາວິທະຍາໄລປັກກິ່ງ

ປະຫວັດການເຮັດວຽກ:

  • 1974-1976 ຊາວໜຸ່ມ ກອງພົນນ້ອຍຕຸ່ງຫຼິງ, ກົມກອງຕ້າມ້ຽວ, ເມືອງເຟິ້ງຢາງ ແຂວງອ່ານຮຸ່ຍ
  • 1976-1978 ເລຂາໜ່ວຍພັກ ກົມກອງຕ້າມ້ຽວ, ເມືອງເຟິ້ງຢາງ ແຂວງອ່ານຮຸ່ຍ
  • 1978-1982 ນັກສຶກສາ,​ ຜູ້ຮັບຜິດຊອບ ສະມາຄົມນັກສຶກສາ ຄະນະກົດໝາຍ ຂອງມະຫາວິທະຍາໄລ ປັກກິ່ງ
  • 1982-1983 ເລຂາຄະນະຊາວໜຸ່ມ ຂອງມະຫາວິທະຍາໄລ ປັກກິ່ງ; ຄະນະປະຈໍາກຳມະການ ສູນກາງຊາວໜຸ່ມ
  • 1983-1983 ອໍານວຍການໂຮງຮຽນ ສູນກາງຊາວໜຸ່ມ, ຫົວໜ້າເລຂາ ສະມາຄົມນັກສຶກສາຈີນ ທົ່ວປະເທດ
  • 1983-1985 ເລຂາທິການສໍາຮອງ, ຄະນະເລຂາທິການ ສູນກາງຊາວໜຸ່ມ
  • 1985-1993 ເລຂາທິການ ຄະນະເລຂາທິການ ສູນກາງຊາວໜຸ່ມ, ຮອງປະທານ ສະມາຄົມຊາວໜຸ່ມ ທົ່ວປະເທດ (ໄລຍະແຕ່ ເດືອນ 9/1991-11/1991 ເຂົ້າຮ່ວມຝຶກອົບຮົມ ພະນັກງານການນໍາ ຂັ້ນແຂວງ ແລະ ຂັ້ນລັດຖະມົນຕີ ຢູ່ໂຮງຮຽນພັກສູນກາງ)
  • 1993-1998 ເລຂາທິການຜູ້ທີ 1 ຄະນະເລຂາທິການ ສູນກາງຊາວໜຸ່ມ, ຫົວໜ້າສະຖາບັນ ການເມືອງຊາວໜຸ່ມຈີນ
  • 1988-1994 ສຶກສາລະດັບ ປະລິນຍາໂທ ແລະ ປະລິນຍາເອກ ຄະນະເສດຖະສາດ ມະຫາວິທະຍາໄລປັກກິ່ງ
  • 1998-1999 ຮອງເລຂາພັກແຂວງ,​ ຮັກສາການເຈົ້າແຂວງ ແຂວງເຫີໜານ, ຫົວໜ້າກອງບັນຊາການ ຕ້ານໄພນໍ້າຖ້ວມແມ່ນໍ້າເຫຼືອງ (ຫວງເຫີ)
  • 1999-2002 ຮອງເລຂາພັກແຂວງ,​ ເຈົ້າແຂວງ ແຂວງເຫີໜານ, ຫົວໜ້າກອງບັນຊາການ ຕ້ານໄພນໍ້າຖ້ວມແມ່ນໍ້າເຫຼືອງ (ຫວງເຫີ)
  • 2002-2003 ເລຂາພັກແຂວງ,​ ເຈົ້າແຂວງ ແຂວງເຫີໜານ, ຫົວໜ້າກອງບັນຊາການ ຕ້ານໄພນໍ້າຖ້ວມແມ່ນໍ້າເຫຼືອງ (ຫວງເຫີ)
  • 2003-2004 ເລຂາພັກແຂວງ, ປະທານຄະນະປະຈໍາ ສະພາຜູ້ແທນປະຊາຊົນ ແຂວງເຫີໜານ
  • 2004-2005 ເລຂາພັກແຂວງຫຼຽວໜິງ
  • 2005-2007 ເລຂາພັກແຂວງ, ປະທານຄະນະປະຈໍາ ສະພາຜູ້ແທນ ປະຊາຊົນແຂວງຫຼຽວໜິງ
  • 2007-2008 ຄະນະປະຈໍາກົມການເມືອງສູນກາງພັກ
  • 2008-2013 ຄະນະປະຈໍາກົມການເມືອງສູນກາງພັກ; ຮອງນາຍົກລັດຖະມົນຕີ, ຮອງເລຂາອົງຄະນະພັກລັດຖະບານ; ປະທານຄະນະກໍາມະການກໍ່ສ້າງ ໂຄງການເຂື່ອນໄຟຟ້ານໍ້າຕົກຊານເຊຍ ແລະ ໂຄງການຈັດສັນຊັບພະຍາກອນນໍ້າ ໃຕ້-ເໜືອ ຂອງລັດຖະບານ; ຫົວໜ້າຄະນະຊີ້ນໍາ ວຽກງານລົງເລິກການປະຕິຮູບລະບົບສາທາລະນະສຸກ ແລະ ການຢາ ຂອງລັດຖະບານ
  • 2013 ເຖິງປັດຈຸບັນ ຄະນະປະຈໍາກົມການເມືອງສູນກາງພັກ; ນາຍົກລັດຖະມົນຕີ, ເລຂາອົງຄະນະພັກລັດຖະບານ; ປະທານຄະນະກໍາມະການ ກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າຕົກຊານເຊຍ ແລະ ໂຄງການຈັດສັນຊັບພະຍາກອນນໍ້າ ໃຕ້-ເໜືອ ຂອງລັດຖະບານ; ຫົວໜ້າຄະນະຊີ້ນໍາ ວຽກງານລົງເລິກການປະຕິຮູບລະບົບສາທາລະນະສຸກ ແລະ ການຢາຂອງລັດຖະບານ
  • ເປັນຄະນະກຳມະການ ສູນກາງພັກ ກອມມູນິດຈີນ ສະໄໝທີ 15, 16, 17 ແລະ 18
  • ເປັນຄະນະກຳມະການ ກົມການເມືອງສູນກາງພັກ ແລະ ຄະນະປະຈຳກົມການເມືອງສູນກາງພັກ ສະໄໝທີ 17 ແລະ 18
  • ເປັນຄະນະປະຈຳ ສະພາຜູ້ແທນປະຊາຊົນ ທົ່ວປະເທດຈີນ ສະໄໝທີ 8.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...