Homeຂ່າວການສຶກສາເມືອງຫົງສາຈັດກອງປະຊຸມຄູພັກສິ້ນປີຮຽນ ປະຈຳປີ 2016

ເມືອງຫົງສາຈັດກອງປະຊຸມຄູພັກສິ້ນປີຮຽນ ປະຈຳປີ 2016

Published on

ລະຫວ່າງວັນທີ 23-24 ສິງຫາ 2016 ນີ້, ຫ້ອງການ ສຶກສາທິການ ແລະ ກິລາເມືອງຫົງສາ ໄດ້ຈັດກອງປະຊຸມຄູພັກສິ້ນປີຮຽນ ປະຈຳປີ 2016 ຂຶ້ນຢູ່ທີ່ເດີນຮົ່ມກິລາເມືອງ. ໂດຍການເປັນປະທານຂອງທ່ານ ປ່ຽນ ຈິນດາ ຫົວໜ້າ ຫ້ອງການ ສຶກສາທິການ ແລະ ກິລາເມືອງຫົງສາ ພ້ອມຄະນະ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຂອງທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງໆ ຫົງສາ ຜູ້ຊີ້ນຳວຽກງານຂົງເຂດ ວັດທະນະທຳ-ສັງຄົມເມືອງ, ມີແຂກຮັບເຊີນ, ມີຜູ້ອຳນວຍການໂຮງຮຽນ ແລະ ພະນັກງານວິຊາການ ຄູ – ອາຈານພາຍໃນເມືອງເຂົ້າຮ່ວມທັງໝົດ 500 ກວ່າຄົນ.

ໃນໂອກາດນີ້, ທ່ານ ປ່ຽນ ຈິນດາກໍ່ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ທ່ານຍັງກ່າວວ່າ: ວຽກງານການສຶກສາ ແລະ ກິລາພາຍໃນເມືອງຫົງສາ ຂອງພວກເຮົາແມ່ນມີບາດກ້າວຂະຫຍາຍຕົວຕໍ່ເນື່ອງທາງດ້ານປະລິມານ ແລະ ຄຸນນະພາບ. ທັງນີ້, ກໍ່ຍ້ອນການຊີ້ນຳຈາກຂັ້ນເທິງ ແລະ ໄດ້ຮັບການຮ່ວມມືຈາກອຳນາດການປົກຄອງທ້ອງຖິ່ນ ໂດຍສະເພາະຜູ້ບໍລິຫານການສຶກສາ ແລະ ຄູ – ອາຈານ ທີ່ໄດ້ສຸມຈິດສຸມໃຈເຮັດຫຼ້ອນໜ້າທີ່ໃນການສຶກສາອົບຮົບ, ແນວຄິດການເມືອງ ແລະ ຖ່າຍທອດວິຊາຄວາມຮູ້ໃຫ້ແກ່ນ້ອງນັກຮຽນໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າເຖິງແກ່ນແທ້ຂອງບົດຮຽນ. ເຊິ່ງສະແດງອອກຜົນງານດີເດັ່ນໃນປີຜ່ານມາຄື: ການສອບເສັງຈົບຊັ້ນ ປໍ5 ໃນທົ່ວເມືອງມີນັກຮຽນທັງໝົດ 585 ຄົນ ຍິງ 300 ຄົນ ສາມາດສອບເສັງໄດ້ 569 ຄົນ ຍິງ 295 ຄົນ ຫຼື ເທົ່າກັບ 97,26%, ການສອບເສັງເລື່ອນຂັ້ນມັດທະຍົມໃນທົ່ວເມືອງ ມີນັກຮຽນທັງໝົດ 2090 ຄົນ ຍິງ 976 ຄົນ ສາມາດສອບເສັງໄດ້ 2073 ຄົນ ຍິງ 970 ຄົນ ຫຼື ເທົ່າກັບ 92,2%,ການສອບເສັງຈົບຊັ້ນ ມໍ 4 ມີນັກຮຽນທັງໝົດ 374 ຄົນ ຍິງ 183 ຄົນ ສາມາດສອບເສັງໄດ້ 100%, ການສອບເສັງຈົບຊັ້ນ ມໍ 7 ມີນັກຮຽນທັງໝົດ 249 ຄົນ ຍິງ 110 ຄົນ ສາມາດສອບເສັງໄດ້ 100%. ໃນທົ່ວເມືອງມີໂຮງຮຽນຕົວແບບ 2 ແຫ່ງຄື: ໂຮງຮຽນ ປະຖົມແທ່ນຄຳ ແລະ ໂຮງຮຽນ ປະຖົມວຽງແກ້ວ, ການສຶກສານອກໂຮງຮຽນແມ່ນໄດ້ຈັດຕັ້ງປະຕິບັດຢູ່ 4 ບ້ານຄື: ບ້ານແທ່ນຄຳ, ບ້ານນ້ຳຕັບ, ບ້ານຄົກແອກ ແລະ ບ້ານພູແລ້ງຫ້ວຍຈ້ວງ ໃນຂັ້ນຮຽນ ມໍ5 – ມໍ7. ການສ້າງໂຮງຮຽນ ປອດຢາເສບຕິດ (ມສ ຫົງສາ)ກໍ່ໄດ້ຮັບການປັບປຸງ ແລະ ຂະຫຍາຍຕໍ່ເນື່ອງ ເຊິ່ງໄດ້ຮັບຫຼຽນແຮງງານຊັ້ນ III ແລະ ໂລ້ລາງວັນ  ໂຮງຮຽນ ປອດຢາເສບຕິດ 3 ປີຊ້ອນ. ຈາກນັ້ນ, ຜູ້ເຂົ້າຮ່ວມທັງໝົດ ຍັງໄດ້ຮັບຟັງ ການຜ່ານມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ, ທົ່ວແຂວງ ປະຈຳປີ 2016, ຮັບຟັງເປົ້າໝາຍການພັດທະນາແບບຍືນຍົງ (SDG), ຮັບຟັງການສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ໃນຂະແໜງການສຶກສາ ແລະ ກິລາພາຍໃນເມືອງຫົງສາ, ຮັບຟັງມະຕິສັບຊ້ອນບ່ອນປະຈຳການ ປະຈຳສົກປີ 2016-2017 ແລະ ພ້ອມກັນຖອດຖອນບົດຮຽນວິຊາການ ການສອນທົດລອງຂອງຄູຊັ້ນອານຸບານ, ປະຖົມ ແລະ ມັດທະຍົມຕື່ມອີກ. ກອງປະຊຸມ ຄູພັກສິ້ນປີຮຽນ ປະຈຳປີນີ້, ແມ່ນໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງສຳເລັດ.

14138550_328246157523177_1579724648_n
14101793_328246140856512_1518140740_n

 ໂດຍ: ກິດຕິສັກ ບົວໄລ ນັກຂ່າວປະຈຳເມືອງຫົງສາ ແຂວງໄຊຍະບູລີ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...