spot_img
Homeຂ່າວຕ່າງປະເທດກອງທັບຈີນ ປະກາດຈະຊ່ວຍເຝິກທະຫານ ດ້ານການແພດ ແລະ ພະຍາບານ ໃຫ້ແກ່ຊີຣີ!

ກອງທັບຈີນ ປະກາດຈະຊ່ວຍເຝິກທະຫານ ດ້ານການແພດ ແລະ ພະຍາບານ ໃຫ້ແກ່ຊີຣີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ສິງຫາຜ່ານມານີ້ວ່າ ທ່ານ ອູ່ ສຽນ ໂຄສົກກະຊວງປ້ອງກັນປະເທດຈີນ ໄດ້ອອກມາລະບຸ ກອງທັບຈີນ ຈະໃຫ້ການສະໜັບສະໜູນ ເຝິກອົບຮົມວິຊາຊີບທາງການແພດ ແລະ ພະຍາບານ ໃຫ້ແກ່ຊີຣີ ຊຶ່ງການເຝິກອົບຮົມດັ່ງກ່າວນີ້ ຈະດຳເນີນການຢູ່ປະເທດຈີນ ຊຶ່ງມີຈຸດປະສົງເພື່ອ ບັນເທົາວິກິດການດ້ານມະນຸດສະທຳໃນຊີຣີ ທີ່ໄດ້ຮັບຄວາມເສຍຫາຍ ຈາກໄພສົງຄາມກາງເມືອງໃນປະເທດ.

ໂຄສົກກະຊວງປ້ອງກັນປະເທດຈີນ ຍັງໄດ້ກ່າວອີກວ່າ ໃນໄລຍະຜ່ານມາ ກອງທັບຈີນ ໄດ້ຈັດສົ່ງອຸປະກອນທາງການແພດ ແລະ ຢາ ໃຫ້ແກ່ລັດຖະບານຊີຣີມາແລ້ວ ເພື່ອຊ່ວຍເຫລືອປະຊາຊົນຊາວຊີຣີ. ຈີນ ແລະ ຊີຣີ ເປັນມິດປະເທດທີ່ຊ່ວຍເຫລືອຊຶ່ງກັນ ແລະ ກັນ ມາເປັນເວລາດົນນານ ແລະ ຈີນສະໜັບສະໜູນ ການຫາທາງອອກທາງການເມືອງ ຈາກຄວາມຂັດແຍ່ງໃນຊີຣີ ແລະ ສະໜັບສະໜູນຄວາມເປັນເອກະລາດຂອງຊີຣີ ສະເໝີ.
 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...