Homeຂ່າວທ້ອງຖິ່ນສາທາລະນະສຸກແຂວງຄຳມ່ວນເຜີຍ ທົ່ວແຂວງມີຜູ້ຕິດເຊື້ອ ໄຂ້ຍຸງລາຍ 400 ກວ່າກໍລະນີ!

ສາທາລະນະສຸກແຂວງຄຳມ່ວນເຜີຍ ທົ່ວແຂວງມີຜູ້ຕິດເຊື້ອ ໄຂ້ຍຸງລາຍ 400 ກວ່າກໍລະນີ!

Published on

ຂປລ. ຕາມ​ການ​ລາຍ​ງານ​ຂອງ ທ່ານ ດຣ. ບຸນ​ລັດ ລົດ​ວິມົນ ຫົວໜ້າຫ້ອງການ​ສາທາລະນະ​ສຸກ ​ເມືອງ​ທ່າ​ແຂ​ກ ​ແຂວງ​ຄຳ​ມ່ວນ ​ໃຫ້​ຮູ້​ວ່າ: ປັດຈຸ​ບັນ ພະ​ແນ​ກ​ສາທາລະນະ​ສຸກ ​​ແຂວງ​ຄຳ​ມ່ວນ ​ໄດ້​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະຍາດ​ໄຂ້ຍຸງ​ລາຍ ໃນ​ທົ່ວ​ແຂວງ 418 ກໍລະນີ, ​ແຕ່​ຍັງ​ບໍ່​ມີ​ກໍລະນີ​ເສຍ​ຊີ​ວິດ ​ໃນ​ນັ້ນ​ກວດ​ພົບ​ຫລາຍ​ກວ່າ​ໝູ່​ແມ່ນ ຢູ່​ເມືອງ​ທ່າ​ແຂກ 200 ກວ່າ​ກໍລະນີ,  ຮອງ​ລົງ​ມາ​ແມ່ນ​ເມືອງ​ຫີນ​ບູນ 100 ກໍລະນີ, ​ເມືອງ​ບົວລະພາ 81 ກໍລະນີ ​ແລະ ​ເມືອງ​ທີ່​ພົບໜ້ອຍກວ່າໝູ່​ແມ່ນ ​ເມືອງ​ນາ​ກາຍ​ ມີ 2 ກໍລະນີ. ທຽບ​ໃສ່​ໄລຍະ​ດຽວກັນ​ ທີ່ພະຍາດ​ດັ່ງ​ກ່າວ​ເຄີຍ​ລະບາດຜ່ານ​ມາ​ໃນ​ປີ 2013 ມີ​ເຖິງ 1.700 ກໍລະນີ ​ແລ​ະ ​ເສຍ​ຊີວິດ 2 ຄົນ.

ພະຍາດ​ດັ່ງກ່າວ, ແມ່ນ​ສາມາດ​ຕິດຕໍ່​ດ້ວຍ​ຍຸງ​ເທົ່າ​ນັ້ນ ​ໂດຍ​ການ​ແຜ່​ພະຍາດ ​ດ້ວຍ​ການ​ກັດ​ຄົນ​ຕໍ່ຄົນ ​ແລະ ຜູ້​ທີ່​ຕິດ​ເຊື້ອ​ດັ່ງກ່າວ​ ແມ່ນ​ຈະ​ມີ​ອາການ​ເປັນ​ໄຂ້, ​ໂຕ​ຮ້ອນ, ​ເລືອດ​ອອກ​ຕາມ​ຮ່າງກາຍ ​ແລະ ບາງ​ກໍລະນີ​ກໍມີ​ອາການຖອກທ້ອງ​ຕື່ມ​ອີກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...