Homeສຸຂະພາບ ແລະ ສີ່ງແວດລ້ອມຜູ້ຍິງເປັນ “ໄມເກຣນ” ສ່ຽງຕໍ່ການເສຍຊີວິດສູງ

ຜູ້ຍິງເປັນ “ໄມເກຣນ” ສ່ຽງຕໍ່ການເສຍຊີວິດສູງ

Published on

ທີມງານວິໄຈຂອງສະຫະລັດອາເມລິກາ ແລະເຢຍລະມັນ ໄດ້ເຜີຍແຜ່ຜົນການສຶກສາໃໝ່ ທີ່ສະແດງໃຫ້ເຫັນຊັດເຈນວ່າ ຜູ້ຍິງທີ່ເປັນໄມເກຣນ ມີຄວາມສ່ຽງສູງທີ່ຈະເສຍຊີວິດກວ່າຄົນປົກກະຕິຈາກອາການຫົວໃຈວາຍ

ທີມວິໄຈໃຊ້ເວລາຕິດຕາມ ກຸ່ມຕົວຢ່າງແມ່ຍິງທີ່ເປັນໄມເກຣນຈຳນວນຫຼາຍກວ່າ 115.000 ຄົນ ອາຍຸລະຫວ່າງ 25-42 ປີ ເປັນເວລາ 10 ປີ ໂດຍຜົນການຕິດຕາມພົບວ່າ ຜູ້ທີ່ມີອາການເປັນ ໄມເກຣນ ຫຼືເຈັບຫົວຕະຫຼອດ ຕັ້ງແຕ່ລະດັບປານກາງ ຈົນຮອດລະດັບຮຸນແຮງມີແນວໂນ້ມຫຼາຍກວ່າ 50% ທີ່ຈະເສຍຊີວິດໃນຊ່ວງເວລາດັ່ງກ່າວ ໂດຍຄົນເປັນໄມເກຣນ ຈະມີພະຍາດຫົວໃຈ ແລະຫຼອດເລືອດ ແລະມີໂອກາດທີ່ຈະເສຍຊີວິດໄວກວ່າຄົນປົກກະຕິ

ຜົນການລາຍງານຖືວ່າ ເປັນລາຍງານທໍາອິດທີ່ຖືວ່າ ໄມເກຣນ ກໍ່ໃຫ້ເກີດພະຍາດຫົວໃຈ ແລະຫຼອດເລືອແລ້ວເສຍຊີວິດໄດ້ໂດຍກົງ, ເຮັດໃຫ້ທີມແພດຊີ້ວ່າ ພາວະໄມເກຣນ ຄວນຈະນໍາໄປໃຊ້ເປັນເຄື່ອງບົ່ງບອກເຖິງຄວາມສ່ຽງພະຍາດຫົວໃຈ ແລະຫຼອດເລືອດ ຢ່າງໜ້ອຍນໍາຜູ້ຍິງ. ແນວໃດກໍຕາມ ແພດຄົນນີ້ເຊື່ອວ່າຜົນການວິໄຈຄັ້ງນີ້ສາມາດນໍາໄປໃຊ້ກັບຜູ້ຊາຍໄດ້ໃນທຳນອງດຽວກັນ

ທີມງານວິໄຈຍັງໄດ້ບອກວ່າ ເນື່ອງຈາກມີຜູ້ເປັນໄມເກຣນເປັນຈໍານວນຫຼວງຫຼາຍ ຈຶ່ງເປັນຄວາມຈໍາເປັນຢ່າງຮີບດ່ວນ ໃນການເຮັດຄວາມເຂົ້າໃຈກັບພະຍາດນີ້ ລວມຮອດການຄົ້ນຄວ້າວິໄຈ ເພື່ອຫາແນວທາງປ້ອງກັນ

ທີ່ມາ: yaklai

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...