spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 25 ສິງຫາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 25 ສິງຫາ

Published on

ວັນທີ 25 ສິງຫາ ປີ 2000 ຫຼືມື້ນີ້ເມື່ອ 16 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Parasite Eve II ເທິງເຄື່ອງ PS1 ທີ່ກຸ່ມປະເທດສະຫະລາດອານາຈັກ. ໂດຍເກມ Parasite Eve II ເປັນພາກຕໍ່ຂອງ Parasite Eve ພາກທຳອິດທີ່ວາງຈຳໜ່າຍໄປຕັ້ງແຕ່ປີ 1998 ເຊິ່ງພາກ 2 ແມ່ນມີການປ່ຽນແປງໂຕເກມໄປພໍສົມຄວນ ໂດຍສະເພາະໃນດ້ານລະບົບເກມທີ່ເປັນແນວແອັກຊັ່ນແບບເຕັມໂຕ ມີລະບົບຮ້ານຄ້າເພື່ອຊື້ໄອເທັມ, ຊຸດປ້ອງກັນ ແລະອາວຸດ, ພ້ອມກັບມີສາກຈົບທີ່ຫຼາກຫຼາຍ ເຊິ່ງຈະຂຶ້ນກັບການກະທຳຂອງໂຕເຮົາລະຫວ່າງທີ່ດຳເນີນເລື່ອງ.  

ເລຶ່ອງລາວຂອງ Parasite Eve II ຈະເປັນເຫດການຕໍ່ຈາກພາກທຳອິດຢູ່ຫຼາຍປີ, ເມື່ອ ອາຢະ ນາງເອກສາວງາມຊອງຊີຣີນີ້ໄດ້ປ່ຽນໂຕເອງຈາກຕຳຫຼວດນິວຢອກມາເປັນເຈົ້າໜ້າທີ່ FBI ທີ່ສັງກັດໜ່ວຍພິເສດທີ່ມີຊື່ວ່າ MIST ໂດຍນາງໄດ້ຮັບແຈ້ງເຫດຮ້າຍວ່າມີສັດປະຫຼາດບຸກໂຈມຕີຜູ້ຄົນເທິງອາໂຄໂພລິສທີ່ຕັ້ງຢູ່ໃຈກາງລອສແອງເຈລິສຢູ່ ນາງໄດ້ບຸກເຂົ້າໄປລະງັບເຫດ ພ້ອມກັບສືບຫາຕົ້ນຕໍຂອງການເກີດສັດປະຫຼາດດັ່ງກ່າວວ່າໃຜຢູ່ເບື້ອງຫຼັງເລື່ອງລາວນີ້ກັນແທ້. 

ສຳລັບລະບົບທີ່ເປັນເອກກະລັກຂອງພາກ 2 ກໍຄື: Parasite Energy (PE) ທີ່ມີການພັດທະນາຈາກພາກທຳອິດໄປຫຼາຍ ໂດຍແຕ່ເກົ່າໃນພາກທຳອິດນັ້ນອາຢະຈະໄດ້ທ່າໃໝ່ໆ ເພີ່ມເຂົ້າມາເມື່ອມີເລເວວສູງຂຶ້ນ, ແຕ່ວ່າໃນພາກ 2 ຈະມີການແບ່ງທ່າ PE ອອກເປັນຕາມທາດຕ່າງໆ ໄດ້ແກ່: ທາດໄຟກັບທາດລົມເປັນສາຍໂຈມຕີ, ທາດນ້ຳແລະທາດດິນເປັນສາຍຟື້ນຟູແລະປ້ອງກັນ ເຊິ່ງຖ້າເກັບຄ່າປະສົບການຈາກສັດຕູມາໄດ້ຫຼາຍພໍ ກໍຈະສາມາດອັບເກຣດທ່າເຫຼົ່ານີ້ໃຫ້ມີປະສິດທິພາບຫຼາຍຂຶ້ນ ອີກທັງທ່າ PE ຈະເປັນສິ່ງທີ່ຈຳເປັນໃນການລຸຍກັບພວກສັດຕູໃນພາກນີ້ ຍິ່ງເວລາສູ້ກັບສັດຕູບາງປະເພດຕ້ອງມີການວາງແຜນໃຊ້ຄວບຄູ່ກັບປືນໃຫ້ລົງໂຕນຳ.

Fact ເລັກນ້ອຍກ່ຽວກັບເກມ Parasite Eve II

  • ຜູ້ອຳນວຍການອົງກອນ MIST ທີ່ອາຢະສັງກັດຢູ່ນັ້ນມີຊື່ວ່າ ຮາລ (Hal) ໃນຂະນະທີ່ບັນດານັກວິທະຍາສາດທີ່ຢູ່ໃນແລັບທົດລອງຊ່ວງທ້າຍເກມທີ່ມີຊື່ວ່າ ໂບແມນ (Bowman), ພູລ (Poole), ຟລອຍ (Floyd) ແລະ ແຊນດຣ້າ (Chandra) ເຊິ່ງໂຕລະຄອນທີ່ເວົ້າມາທັງ 5 ຄົນນີ້, ທາງທີມພັດທະນາຈາກ Squaresoft ລ້ວນແຕ່ໄດ້ແຮງບັນດານໃຈມາຈາກຊື່ຂອງໂຕລະຄອນໃນນະວະນິຍາຍແລະຮູບເງົາເລື່ອງ 2001: a Space Odyssey ທີ່ຕີພິມແລະອອກສາຍໃນປີ 1968. 

  • ເຖິງວ່າພາກນີ້ຈະຖືກບັນດານັກວິຈານທັງໃນຍີ່ປຸ່ນແລະຕາເວັນຕົກເວົ້າໃຫ້ຫຼາກຫຼາຍເລື່ອງການເຄື່ອນໄຫວຂອງອາຢະທີ່ຂ້ອນຂ້າງຊ້າເມື່ອທຽບກັບເກມອື່ນທີ່ເປັນສະຕາຍຄ້າຍໆກັນແບບ Resident Evil ພາກ 1-3 ແຕ່ໃນຂະນະດຽວກັນ ນັກວິຈານຈາກຝັ່ງຕາເວັນຕົກບາງສ່ວນຍັງແນມວ່າລະບົບການແບ່ງທ່າຂອງອາຢະເປັນທາດຕ່າງໆ ແລະມີການອັບເກຣດທ່າເພື່ອໃຫ້ມີປະສິດທິພາບທີ່ດີຂຶ້ນເປັນໄອເດຍທີ່ສ້າງສັນໃຊ້ໄດ້ ແລະຫາກລະບົບນີ້ຖືກນຳໄປປະສົມປະສານກັບການເຄື່ອນໄຫວທີ່ຄ່ອງໂຕກວ່ານີ້ ເກມ Parasite Eve II ອາດຈະເປັນ 1 ໃນເກມທີ່ໜ້າຈັບຕາເບິ່ງໃນຊ່ວງທ້າຍເຈນ PS1 ກໍເປັນໄດ້. 

  • Parasite Eve II ນັ້ນເລີ່ມວາງຈຳໜ່າຍໃນຍີ່ປຸ່ນມາຕັ້ງແຕ່ຊ່ວງທ້າຍປີ 1999 ແລະເຮັດຍອດຂາຍພາຍໃນປີດັ່ງກ່າວໄປໄດ້ 220,000 ຊຸດ ແຕ່ກວ່າຈະເຮັດຍອດຂາຍທະລຸ 1 ລ້ານຊຸດໄດ້ກໍຕ້ອງເລີຍໄປເປັນເດືອນກຸມພາ ປີ 2004 ພຸ້ນ ໂດຍແບ່ງເປັນຍອດ 430,000 ຊຸດໃນຍີ່ປຸ່ນ ແລະ 670,000 ຊຸດໃນປະເທດອື່ນໆລວມກັນ, ເຊິ່ງນອກຈາກປັດໄຈດ້ານຄະແນນຂອງເກມນີ້ທີ່ອອກມາບໍ່ຄ່ອຍດີແລ້ວ ກໍມີການປະເມີນອີກແງ່ມຸມວ່າໂຕເກມໄດ້ວາງຈຳໜ່າຍໃນຊ່ວງທ້າຍເຈນ PS1 ຈຶ່ງໜ້າຈະເປັນອີກສາເຫດທີ່ຍອດຂາຍຂອງເກມ Parasite Eve II ຕ້ອງລຸ້ນກັນເມື່ອຍຈົນຮອດ 5 ປີກວ່າຈະທະລຸ 1 ລ້ານຊຸດໄດ້. 

  • ປົກກະຕິແລ້ວການຈະນຳ ກັນເບລດ ເຊິ່ງເປັນອາວຸດລັບສຸດຍອດຂອງເກມນີ້ມາໃຊ້ໄດ້ນັ້ນ ຜູ້ຫຼິ້ນຈະຕ້ອງເຄລຍເກມໂດຍຈົບແບບ Good Ending ແລະໄດ້ Rank S (ເກັບຄ່າປະສົບການໄດ້ກາຍ 400,001 ຄະແນນຂຶ້ນໄປ) ແຕ່ຈະມີອີກວິທີທີ່ຜູ້ຫຼິ້ນຈະໄດ້ກັນເບລດມາໃຊ້ໂດຍບໍ່ຕ້ອງຈົບຮອດ Rank S ໂດຍວິທີການກໍຄືໃຫ້ຜູ້ຫຼິ້ນເຄລຍເກມໂດຍໄດ້ Rank L (ເກັບຄ່າປະສົບການທັງໝົດເກມໄດ້ບໍ່ກາຍ 14,510 ຄະແນນ) ຈາກນັ້ນໃນການຫຼິ້ນຮອບຕໍ່ໄປ ຜູ້ຫຼິ້ນຈະສາມາດຊື້ໄອເທັມ Medicine Wheel ຈາກ Jody ທີ່ສຳນັກງານ MIST ໄດ້, ຮອບນີ້ໃຫ້ຜູ້ຫຼິ້ນລຸຍໄປຈົນຮອດບອສ Number 9 ທີ່ຢູ່ໃນ Dryfield ແລ້ວລະຫວ່າງທີ່ສູ້ກໍໃຫ້ໃສ່ໄອເທັມ Medicine Wheel ນຳ ເມື່ອເອົາຊະນະ Number 9 ໄດ້ແລ້ວມັນຈະດຣອບກັນເບລດອອກມາເປັນລາງວັນທັນທີ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...