Homeປະເພນີ-ວັດທະນະທຳແມ່ຍິງລາວຍຸກໃໝ່ຕ້ອງຮູ້ໄວ້ເຮືອນສາມນໍ້າສີ່

ແມ່ຍິງລາວຍຸກໃໝ່ຕ້ອງຮູ້ໄວ້ເຮືອນສາມນໍ້າສີ່

Published on

ເຮືອນສາມນ້ຳສີ່ (ເຮືອນ 3 ນ້ຳ 4) ແມ່ນເປັນຄຳສັ່ງສອນຂອງຄົນບູຮານທີ່ມີແກ່ລູກຫຼານ ໂດຍສະເພາະແມ່ຍິງ ເພື່ອນຳໃຊ້ເຂົ້າໃນຊີວິດປະຈຳວັນ ສະນັ້ນ ແມ່ຍິງລາວຍຸກໃໝ່ຕ້ອງຮູ້ໄວ້ ແລະນຳໄປປະຕິບັດ ທັງເກັບໄວ້ບອກລູກຫຼານໃນພາຍພາກໜ້າໃຫ້ຄຽງຄູ່ຄົນລາວຕະຫຼອດໄປ.

     ສຳລັບເຮືອນ 3 ປະກອບມີ: 1. ເຮືອນຄົວແມ່ນເປັນທີ່ມີໄວ້ສຳລັບປຸງແຕ່ງອາຫານ, ການແຕ່ງກິນດັ່ງນັ້ນຜູ້ເປັນແມ່ເຮືອນຈິ່ງ ຕ້ອງມີໜ້າທີ່ຮັກສາ, ປັດກວາດໃຫ້ສະອາດ, ເປັນລະບຽບຮຽບຮ້ອຍ ເພື່ອສຸຂະພາບອະນາໄມທີ່ດີ, 2. ເຮືອນນອນ: ແມ່ນເປັນສະຖານທີ່ ພັກຜ່ອນຫຼັບນອນ ແລະເປັນທີ່ ສ້າງຄວາມໜ້າຢູ່ມີຄວາມຮົ່ມເຢັນ ແກ່ຜູ້ທີ່ມາຂໍເພິ່ງພາອາໄສໃຫ້ມີຄວາມເປັນລະບຽບໃນການມ້ຽນມັດເຊັດຖູເກັບມ້ຽນຜ້າແພເຄື່ອງນຸ່ງຫົ່ມໃຫ້ເປັນທີ່ສະອາດ, 3. ເຮືອນຜົມ: ແມ່ຍິງລາວໃນຍຸກບູຮານນະການແມ່ນມັກຮັກສາໄວ້ ຜົມຍາວດຳເຫຼື້ອມເປັນເງົາ ແລະເກົ້າເປັນມວຍງາມສະນັ້ນນາງຈິ່ງ ຕ້ອງຮູ້ຈັກຮັກສາຜົມທີ່ຍາວດຳໃຫ້ມັນສະອາດ, ຫວີຈົບງາມພາໃຫ້ຜູ້ພົບເຫັນຮູ້ສຶກສະອອນຕາເມືອ ຫາກໄດ້ຊົມເບິ່ງເກົ້າຜົມດຳເປັນເງົາງາມອັນພາໃຫ້ເຊີດຊູບຸກຄະລິກບໍ່ແມ່ນວ່າຈະປ່ອຍໃຫ້ມັນຫຍຸ້ງເຫຍີງຂາດການເອົາໃຈໃສ່.

ສ່ວນນ້ຳ 4: ແມ່ນ 1. ໄດ້ແກ່ນ້ຳອາບ ໃນຄຳສັ່ງສອນຂອງຄົນບູຮານນັ້ນນ້ຳອາບສົງຄົນໃນບ້ານຕ້ອງຕັກມ້ຽນໄວ້ບໍ່ອຶດຢາກຈຳເພິ່ນເວົ້າວ່າ: “ຢ່າໃຫ້ໄຫໃນບ້ານຂາດແຫ້ງຢ່າໃຫ້ແອ່ງຂາດກ້ຽງຊາວບ້ານຊີກ່າວຂວັນລະເດີ”, 2. ນ້ຳສຳລັບດື່ມກິນ: ແມ່ນໝາຍເຖິງນ້ຳສະອາດບໍລິສຸດເອົາໄວ້ດື່ມກິນຕັກນ້ຳກິນໃສ່ໄຫໄວ້ໜ້າຂັ້ນໄດເຮືອນ ເພື່ອຜູ້ໃດຜ່ານມາຈະໄດ້ແວ່ ເຊົາກິນນ້ຳໃສສະອາດໃນໄຫນັ້ນໄດ້ສະດວກ ແລະກໍເພື່ອຄົນໃນ ເຮືອນເຊັ່ນກັນດັ່ນນັ້ນບູຮານເພິ່ນ ຈິ່ງສັງສອນວ່າ: “ຢ່າໃຫ້ແມງງ່ອງແງ່ງລົງຫຼີ້ນນ້ຳແອ່ງກິນຢ່າ ໃຫ້ມີຂີ້ໝ້ຽງສະນິມໄຄໃຕ້ກົ້ນແອ່ງຢ່າໃຫ້ນ້ຳຂອດແຫ້ງແລ້ງເຊົ້າໃຫ້ ເຈົ້າເກືອຍຂົນເດີ”, 3. ນ້ຳເຕົ້າປູນ ແມ່ນໄດ້ແກ່ນ້ຳທີ່ຄວນໃສ່ໃນເຕົ້າ ປູນຜູ້ໃດເປັນແມ່ເຮືອນກໍຕ້ອງຮັກສານ້ຳໃນກະບອກປູນຢ່າໃຫ້ມັນແຫ້ງ ເພາະເມື່ອຫາກມີແຂກມາ ຢ້ຽມຢາມຖາມຂ່າວຄາວສຸກທຸກຕາມອັດທະຍາໄສ ກໍຈະໄດ້ໃຊ້ ເພື່ອຄ້ຽວໝາກ 4. ນ້ຳໃຈ ອັນນີ້ແມ່ນໝາຍເຖິງນ້ຳຈິດນ້ຳໃຈຂອງເຈົ້າແມ່ເຮືອນໂດຍຄວນເປັນຄົນໃຈ ກວ້າງເຜື່ອແຜ່ແກ່ຍາດຕິພີນ້ອງຂອງຝ່າຍສາມີ ແລະຝ່າຍຕົນໃຫ້ມັນສະເໝີພາບລະຫວ່າງກັນເຊັ່ນວ່າ: ຢ່າໄດ້ມີຄຳຂົມຕໍ່ໃຜພໍນ້ອຍຢ່າໄດ້ຄອຍຫາຂໍ້ງໍແງຮ້ອຍແງ່ຄຽດຊໍ້ລໍ້ແຂ່ແຫຼ້ນີ້ມັນບໍ່ດີນໍຂໍໃຫ້ແມ່ເຮືອນເຈົ້າເຮັດຕາມບູຮານເກົ່າຈິ່ງຊີມີຂຶ້ນໄດ້ຄວາມໄຮ້ແມ່ນໜີໄກພຸ້ນແລ້ວ.

ທີ່ມາ: 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...