spot_img
Homeຂ່າວຕ່າງປະເທດທາງການໄທຢຶດໄມ້ຜິດກົດໝາຍ ອ້າງວ່າລັກລອບນຳເຂົ້າຈາກລາວ 20 ຕູ້ຄອນເທນເນີ

ທາງການໄທຢຶດໄມ້ຜິດກົດໝາຍ ອ້າງວ່າລັກລອບນຳເຂົ້າຈາກລາວ 20 ຕູ້ຄອນເທນເນີ

Published on

ຕອນບ່າຍວານນີ້ 24 ສິງຫາ 2016 ທີ່ທ່າເຮືອແຫຼມສະບັງ ປະເທດໄທ ໄດ້ມີການຖະແຫຼງຂ່າວການຈັບກຸມໄມ້ເຖື່ອນ ທີ່ຂົນສົ່ງໂດຍຕູ້ຄອນເທນເນີ ຈຳນວນ 20 ຕູ້.

ສຳນັກຂ່າວມະຕິຊົນ (ຂ່າວສົດ) ໄດ້ລາຍງານວ່າ ເມື່ອວັນທີ 20 ກໍລະກົດ ເຈົ້າໜ້າທີ່ດ່ານພາສີໄດ້ພົບສິ່ງຜິດປົກກະຕິຕ້ອງສົງໄສ ໃນໃບຂົນສົ່ງສິນຄ້າຜ່ານແດນທີ່ສະແດງຊະນິດສິນຄ້າເປັນຖ່ານໄມ້ ຂົນສົ່ງໂດຍບໍລິສັດເອເຊຍ ທຣານສ໌ໄລນ໌ ຈຳກັດ ໂດຍຂົນສົ່ງຜ່ານແດນຈາກ ສປປ ລາວ ເຂົ້າທາງດ່ານພາສີໜອງຄາຍ ໄປຍັງເຂດພິເສດຮົງກົງ ສປ ຈີນ ໂດຍຜ່ານໄປທາງທ່າເຮືອແຫຼມສະບັງປະເທດໄທ.

ຈາກການກວດກາຂອງເຈົ້າໜ້າທີ່ໄທພົບວ່າ ຮູບພາບເອັກຊເຣລະຫວ່າງຕົ້ນທາງກັບປາຍທາງບໍ່ຄືກັນ ຄື ຮູບພາບເອກຊເຣຕົ້ນທາງທີ່ດ່ານພາສີໜອງຄາຍເປັນຖ່ານໄມ້ ແຕ່ພາບເອັກຊເຣປາຍທາງທີ່ດ່ານທ່າເຮືອແຫຼມສະບັງພັດເປັນໄມ້ທ່ອນແລະໄມ້ແປຮູບ. ດັ່ງນັ້ນ, ຈຶ່ງໄດ້ອາຍັດຕູ້ສິນຄ້າລວມຈຳນວນ 20 ຕູ້ ເພື່ອດຳເນີນການກວດກາຫາຄວາມຈິງ ໂດຍມີຕົວແທນທູດ ສປປ ລາວ ປະຈຳປະເທດໄທແລະຕົວແທນຈາກບໍລິສັດເອເຊຍທຣານໄລນ໌ ເຂົ້າຮ່ວມເປີດເບິ່ງຕູ້ສິນຄ້າດັ່ງກ່າວ ຈາກການກວດກາພົບເປັນສິນຄ້າປະເພດໄມ້ ມີລັກສະນະເປັນໄມ້ທ່ອນແລະໄມ້ແປຮູບ.

ແນວໃດກໍຕາມ, ຕາມຂໍ້ມູນຮູບພາບເອັກຊເຣແລະຕາມຂ່າວແລ້ວຍັງບໍ່ສາມາດເວົ້າໄດ້ວ່າ ໄມ້ຈຳນວນດັ່ງກ່າວໄດ້ຜ່ານຈາກດ່ານລາວ-ໄທທີ່ຈັງຫວັດໜອງຄາຍແທ້ຫຼືບໍ່ ຫຼືອາດຈະມີການພັດປ່ຽນສິນຄ້າໃນລະຫວ່າງການເດິນທາງຢູ່ໃນປະເທດໄທ ເນື່ອຈາກຮູບພາບເອກຊເຣລະຫວ່າງຕົ້ນທາງກັບປາຍທາງບໍ່ກົງກັນ.

ຕູ້ຄອນເທນເນີ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

 

ຮູບແລະຂໍ້ມູນຂ່າວຈາກ: ຂ່າວສົດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...