HomeBaby-ແມ່ແລະເດັກວິທີກວດຄວາມແຂງແຮງຂອງລູກນ້ອຍໃນທ້ອງ ທີ່ແມ່ກໍ່ເຮັດໄດ້

ວິທີກວດຄວາມແຂງແຮງຂອງລູກນ້ອຍໃນທ້ອງ ທີ່ແມ່ກໍ່ເຮັດໄດ້

Published on

ການດູແລສຸຂະພາບໃນໄລຍະຖືພາເປັນສິ່ງສຳຄັນຂອງແມ່ທຸກຄົນ ໂດຍສະເພາະການກິນອາຫານໃຫ້ຖືກກັບຫຼັກອານາໄມ ຮວມໄປເຖິງການອອກກຳລັງກາຍ ແລະ ເຮັດຈິດໃຈໃຫ້ແຈ່ມໃສສົດຊື່ນ ແຕ່ຈະຮູ້ວ່າລູກໃນທ້ອງແຂງແຮງ ຫຼື ບໍ່ນັ້ນ ເຮົາມາອ່ານເລີຍ

ວິທີການກວດສຸຂະພາບລູກໃນທ້ອງທີ່ແມ່ເອງກໍ່ສາມາດເຮັດໄດ້

ການນັບລູກດິ້ນ ຄື ວວິທີທີ່ແມ່ສາມາດກວດໄດ້ດ້ວຍຕົນເອງ ໂດຍທົ່ວໄປແລ້ວລູກໃນທ້ອງຈະເລີ່ມດິ້ນເມື່ອອາຍຸຄັນໄດ້ 16-20 ອາທິດ ແຕ່ຖ້າໃຊ້ເຄື່ອງກວດຄລີ້ນສຽງຄວາມທີ່ສູງ ຈະສາມາດເຫັນລູກນ້ອຍເຄື່ອນໄຫວໃນທ້ອງຕັ້ງແຕ່ອາຍຸຄັນໄດ້ 6 ອາທິດ ການເຄື່ອນໄຫວຂອງລູກຕ້ອງຕໍເນື່ອງຫຼາຍກວ່າ 20ວິນາທີ ເຊິ່ງວິທີການນັບລູກດິ້ນທີ່ໃຊ້ກັນແຜ່ຫຼາຍໄດ້ແກ່

1. Sodovsky ໃຫ້ນັບມື້ລະ 3 ເທື່ອ ຫຼັງອາຫານທຸກມື້ ຖ້າໜ້ອຍກວ່າ 3 ເທື່ອຕໍ່ຊົ່ວໂມງໃຫ້ນັບຕໍ່ໄປອີກ 6-12 ຊົ່ວໂມງ/ມື້ ຮວມຈຳນວນທີ່ລູກດິ້ນພາຍໃນ 12 ຊົ່ວໂມງ ຖ້າໜ້ອຍກວ່າ ຫຼື ເທົ່າກັບ 10 ເທື່ອ ຖືວ່າລູກໃນທ້ອງດິ້ນໜ້ອຍລົງ ແນວໃດກໍ່ຕາມຫາກລູກດິ້ນໜ້ອຍລົງແມ່ຄວນໄປພົບແພດທັນທີເພື່ອກວດປະເມີນສຸຂະພາບຂອງລູກໃນທ້ອງໂດຍວິທີການອື່ນເພີ່ມເຕີມເຊັ່ນ: ການກວດອັດຕາການເຕັ້ນຂອງຫົວໃຈລູກ ໂດຍຜ່ານຄລີ້ນໄຟຟ້າເປັນຕົ້ນ

2. The Cardiff “Count – to-ten charf” ຄື ການນັບຈຳນວນການດິ້ນຂອງລູກຕັ້ງແຕ່ເວລາ 9.00ໂມງເຊົ້າ ຫາ 9.00 ແລງ ວ່າຄົບຈຳນວນ 10 ເທື່ອ ຫຼື ບໍ່

ການນັບຈຳນວນການດີ້ນຂອງລູກໃນທ້ອງເປັນວິທີການເບື້ອງຕົ້ນໃນການປະເມີນສຸຂະພາບຂອງລູກໃນທ້ອງທີ່ສາມາດເຮັດໄດ້ງ່າຍ, ສະດວກ ແລະ ບໍ່ມີຄ່າໃຊ້ຈ່າຍ ຜູ້ເປັນແມ່ຕ້ອງມີການຈົດບັນທຶກຈຳນວນການດິ້ນຂອງລູກຢ່າງລະອຽດຖືກຕ້ອງ ແລະ ສະໝ່ຳສະເໝີ ຕັ້ງແຕ່ໄລຍະ 28-32 ອາທິດ ແລະ ຖ້າຫາກເກີດຜິດປົກກະຕິກໍ່ຄວນຟ້າວໄປພົບເພດເພື່ອຊອກຫາສາເຫດຄວາມຜິດປົກກະຕິນັ້ນ

 

ທີ່ມາ: http://th.theasianparent.com/
ຕິດຕາມPictpost ຮູບພາບລາວໂພສຕ໌ ກົດໄລຄ໌ເລີຍ!

ifram FBPictpost

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...