spot_img
Homeຂ່າວພາຍ​ໃນອະນຸສອນສະຖານທ່ານ ພູນ ສີປະເສີດ ວາງສີລາລຶກແລ້ວ

ອະນຸສອນສະຖານທ່ານ ພູນ ສີປະເສີດ ວາງສີລາລຶກແລ້ວ

Published on

983747_499977846799837_5180429965381294426_n

ວາງສີລາລຶກໂຄງການກໍ່ສ້າງ-ຕິດຕັ້ງ-ຕົບແຕ່ງເດີ່ນສວນອະນຸສອນສະຖານທ່ານ ພູນ ສີປະເສີດ
ເຊົ້າວັນທີ 9 ກໍລິະກົດ 2014 ນີ້ ທີ່ບ້ານສະໜາມໄຊ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງ-ຕິດຕັ້ງ ແລະ ຕົບແຕ່ງເດີ່ນສວນອະນຸສອນສະຖານທ່ານ ພູນ ສີປະເສີດ ພາຍໃຕ້ການເປັນກຽດເຂົ້າຮ່ວມຂອງພະນະທ່ານ ບຸນຍັງ ວໍລະຈິດ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ສຸວັນດີ ສີສະຫັດ ຫົວໜ້າຄະນະຮັບຜິດຊອບພິພິທະພັນໄກສອນພົມວິຫານ, ການນຳພັກ-ລັດ, ພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຍາດຕິພີ່ນ້ອງຂອງທ່ານ ພູນ ສີປະເສີດເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພູນ ສີປະເສີດ ເກີດເມື່ອວັນທີ 16 ກຸມພາ 1920 ທີ່ບ້ານໄຊຍະພູມ ເມືອງຄັນທະບູລີ ແຂວງສະຫວັນນະເຂດ, ໄດ້ເຂົ້າຮ່ວມເຮັດການປະຕິວັດປົດປ່ອຍຊາດໃນວັນທີ 20/09/1945 ແລະ ສືບຕໍ່ເສີມຂະຫຍາຍພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ທ່ານໄດ້ເສຍຊີວິດຈາກພວກເຮົາໄປຢ່າງບໍ່ມີວັນຫວນຄືນມາອີກໃນວັນທີ 08/12/1994 ຕະ ຫຼອດຊີວິດຂອງເພິ່ນ ໄດ້ອຸທິດຕະຫຼອດຊີວິດຢ່າງບໍ່ຮູ້ອິດເມື່ອຍ ເພື່ອພາລະກິດປະຕິວັດ, ເພື່ອຄວາມເປັນເອກະລາດ, ເອກະພາບ ແລະ ຄວາມຮັ່ງມີຜາສຸກຂອງປະຊາຊົນລາວທັງຊາດ. ທ່ານ ພູນ ສີປະເສີດ ເປັນນັກປະຕິວັດ ມີທັດສະນະຫຼັກໝັ້ນເຂັ້ມແຂງ, ມີຄວາມຊື່ສັດບໍລິສຸດ ແລະ ຈົງຮັກພັກດີຕໍ່ພາລະກິດຂອງພັກ, ຂອງປະເທດຊາດ ແລະ ຂອງປະຊາຊົນ. ມີຄວາມເຊື້ອໝັ້ນຕໍ່ອຸດົມການ ແລະ ການນຳພາຂອງພັກ ແລະ ຕໍ່ໄຊຊະນະສຸດທ້າຍຂອງການປະຕິວັດ. ໃນການເຄື່ອນໄຫວວຽກງານ ທ່ານໄດ້ມີແບບແຜນດຳລົງຊີວິດທີ່ຮຽບງ່າຍ, ທ່ຽງທຳ, ເບີກບານມ່ວນຊື່ນ, ບໍ່ອະຕິ, ຮູ້ຮັກ, ຮູ້ສ້າງ, ຮູ້ນຳໃຊ້ພະນັກງານ ແລະ ຍຶດໝັ້ນໃນແນວທາງມະຫາຊົນຂອງພັກຢ່າງສະເໜີຕົ້ໜສະເໜີປາຍຕະຫຼອດມາ ເພິ່ນເປັນແວ່ນແຍງອັນໃສແຈ້ງ ເປັນແບບຢ່າງອັນປະເສີດ ສຳລັບພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປວງຊົນລາວທັງຊາດ ໃນການເສຍສະຫຼະຢ່າງບໍ່ມີຂອບເຂດ ແລະ ການອຸທິດຕະຫຼອດຊີວິດ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ.

ທ່ານ ໄຊຍະວົງ ດວງໂສພາ ອຳນວຍການບໍລິສັດລາດຊະວົງພັດທະນາຈຳກັດຜູ້ດຽວ ຜູ້ຮັບເໝົາໂຄງການກໍ່ສ້າງ-ຕິດຕັ້ງ ແລະ ຕົບແຕ່ງເດີ່ນສວນອະນຸສອນສະຖານທ່ານ ພູນ ສີປະເສີດ ໄດ້ໃຫ້ສຳພາດວ່າ: ໄດ້ເລີ່ມລົງມືຈັດຕັ້ງປະຕິບັດໂຄງການໄລຍະທີ ກໍຄືການປັບປຸງສະຖານທີ່ເດີ່ນສວນ ນັບແຕ່ເດືອນມິຖຸນາ 2014 ຜ່ານມານີ້ ແລະ ຈະເລີ່ມດຳເນີນການກໍ່ສ້າງໄລຍະ 2 ໃນສົກປີ 2014-2015 ເຊິ່ງໜ້າວຽກຕົ້ນຕໍ ທີ່ຈະຈັດຕັ້ງປະຕິບັດປະກອບມີ: ການກໍ່ສ້າງແທ່ນຮູບຫຼໍ່ຂອງທ່ານ ພູນ ສີປະເສີດ, ການຕົບແຕ່ງປະດັບປະດາເດີ່ນສວນ, ລະບົບໄຟ ແລະ ສະຖານທີ່ຈອດຈອດລົດ, ມີໄລຍະເວລາການ ກໍ່ສ້າງທັງໝົດ 24 ເດືອນ, ລວມມູນຄ່າການກໍ່ສ້າງໂຄງການຈຳນວນ 13 ຕື້ 900 ກວ່າລ້ານກີບ. ຄາດຈະໃຫ້ສຳເລັດສົມບູນໃນກາງປີ 2016.
ຂ່າວຈາກ: ໜັງສືພິມສະຫວັນພັດທະນາ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...