spot_img
Homeຂ່າວພາຍ​ໃນຈະລາຈອນ ກຳນົດ ເສັ້ນທາງຫລັກ ແລະ ຮອງ ກຽມກອງປະຊຸມສຸດຍອດອາຊຽນ

ຈະລາຈອນ ກຳນົດ ເສັ້ນທາງຫລັກ ແລະ ຮອງ ກຽມກອງປະຊຸມສຸດຍອດອາຊຽນ

Published on

ກົມຕຳຫຼວດຈະລາຈອນ ກຳນົດ 115 ຈຸດປະຈຳການຢູ່ຕາມເສັ້ນທາງສາຍຫຼັກ ແລະ ສາຍສຳຮອງ ລວມທັງຈຸດປ້ອງກັນຕ່າງໆ ຮອງຮັບກອງປະຊຸມສຸດຍອດອາຊຽນ ພ້ອມກຳນົດ ເສັ້ນທາງແຕ່ຫໍຄຳ-ຖະໜົນສຸພານະວົງ, ຫໍຄຳ-ດົງໂດກ ເປັນເສັ້ນທາງຫຼັກໃນມື້ຈັດກອງປະຊຸມ.

ຕອນເຊົ້າ ວານນີ້; ພະແນກຕຳຫຼວດ ຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສຳມະນາ ໃຫ້ບັນດາພະນັກງານຕຳຫຼວດຈາລະຈອນ ຈຳນວນ 350 ຄົນ ເພື່ອກຽມຄວາມພ້ອມຮັບໃຊ້ໄລຍະເປີດກອງປະຊຸມສຸດຍອດອາຊຽນ ທີ່ລາວເຮົາຈະເປັນເຈົ້າພາບໃນຕົ້ນເດືອນກັນຍານີ້, ໂດຍການປະທານຂອງທ່ານ ພັອ. ຄຳຖະຫວາຍ ເພັດອຸໄທ ຫົວໜ້າກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໃນການຈັດສັນຄວາມເປັນລະບຽບຮຽບຮ້ອຍ, ການຈອດລົດຢູ່ຕາມເສັ້ນທາງທີ່ເປັນສາຍຫຼັກ ແລະ ສາຍສຳຮອງ ທີ່ຈະມີການນຳໃຊ້ໃນໄລຍະເປີດກອງປະຊຸມດັ່ງກ່າວ.

ທ່ານ ພັທ. ຢຸດຕະພົງ ສຸວັນນະສິງ ກ່າວວ່າ: ເພື່ອຮັບປະກັນໃຫ້ແກ່ການກະກຽມ ແລະ ປ້ອງກັນກອງປະຊຸມສຸດຍອດອາຊຽນໃນຄັ້ງນີ້ໃຫ້ມີຄວາມສະຫງົບ, ປອດໄພສູງ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນທຸກດ້ານ, ຮັບປະກັນຈຸດປະສົງລະດັບຄາດໝາຍ ແລະ ຄວາມໝາຍຄວາມສຳຄັນຂອງກອງປະຊຸມໃນຄັ້ງນີ້ຄະນະພັກຄະນະບັນຊາ ພະແນກຕຳຫຼວດຈະລາຈອນ ຈຶ່ງໄດ້ສ້າງແຜນຈັດວາງກຳລັງປ້ອງກັນ ແລະ ກຳນົດເສັ້ນຫຼັກ ແລະ ເສັ້ນທາງສຳຮອງ ເພື່ອອຳນວຍຄວາມສະດວກໃຫ້ບັນດາຜູ້ແທນ ແລະ ປະມຸກລັດ ທີ່ຈະເຂົ້າຮ່ວມກັນປະຊຸມໃຫ້ທັນກັບສະພາບການ.

ບັນດາເສັ້ນທາງສາຍສຳຄັນທີ່ຈະຖືກນຳໃຊ້ປະກອບດ້ວຍ ເສັ້ນທາງແຕ່ສະໜາມບິນ ຫາ ໂຮງແຮມແລນມາກ ແມ່ນເປັນສາຍຫຼັກທີ່ຈະຮັບແຂກເຂົ້າມາ, ຖະໜົນສາມແສນໄທ ຫາ ຖະໜົນເສດຖະທິລາດ ແມ່ນເປັນເສັ້ນທາງແຂກໄປ-ກັບ, ແຕ່ຫໍຄຳ-ຖະໜົນສຸພານະວົງ-ດົງໂດກ ເປັນເສັ້ນທາງຫຼັກໃນມື້ຈັດກອງປະຊຸມ.

ນອກນັ້ນກຳນົດເສັ້ນທາງສຳຮອງອີກ 4 ເສັ້ນຄື: 1. ຖະໜົນອາຊຽນ (T2) ແຕ່ໄຟແດງບ້ານອາກາດ ຫາ ໄຟແດງໂພນສະອາດ; 2. ແຕ່ 4 ແຍກປາກປາສັກ ຫາ ໂຮງແຮມແລນມາກ; 3. ຖະໜົນມິດຕະພາບລາວ-ໄທ ແຕ່ໄຟແດງໂພນປ່າເປົ້າ (T4) ຫາ ຂົວຮ່ອງແຊງ; 4.ຖະໜົນໜອງບອງ ແຕ່ໜອງບອນ ຫາ ວົງວຽນ 450 ປີ.

ທ່ານ ພັທ. ຢຸດຕະພົງ ສຸວັນນະສິງ ໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນໃນຂອບເຂດນະຄອນວຽງຈັນໃຫ້ມີສະຕິ ແລະ ເປັນເຈົ້າການບໍ່ໃຫ້ມີລົດຈອດຕາມແຄມທາງ ຫຼື ຟຸດບາດ ຕາມເສັ້ນທາງທີ່ພວກເຮົາກຳນົດໄວ້ ຖ້າຫາກຍັງມີການຝ່າຝືນພວກເຮົາມີໜ່ວຍເລາະກວດເບິ່ງຖ້າເຫັນຈະໄດ້ມີການລັອກລໍ້ ແລະ ນຳເອົາລົດລາກມາແກ່ອອກ ແລະ ຈະຖືກຕັກເຕືອນຈົນເຖິງຂັ້ນປັບໄໝ .ພ້ອມນີ້ກໍ່ຢາກໃຫ້ຜູ້ໃຊ້ລົດໃຊ້ຖະໜົນຖ້າຫຼີກລ້ຽງໄດ້ກໍຢາກໃຫ້ຫຼີກລ້ຽງເສັ້ນທາງ ທີ່ໄດ້ກຳນົດ.

ສຳລັບລົດບັນທຸກໜັກ, ລົດພວງ, ລົດລາກ ທີ່ມາແຕ່ຂົວມິດຕະພາບຈະໄປພາກເໜືອ ຫຼື ພາກໃຕ້ ແມ່ນໃຫ້ແລ່ນຕາມເສັ້ນທາງ 450 ປີ, ລົດບັນທຸກທີ່ມາຈາກພາກເໜືອ ທີ່ຈະໄປຂົວມິດຕະພາບແມ່ນໃຫ້ແລ່ນເຂົ້າທາງໜອງບຶກ-ດົງໂດກ ອອກສູ່ 450 ປີ (ຫ້າມແລ່ນຜ່ານຕົວເມືອງ).

ຂ່າວຈາກ: ໜັງສືພິມເສດຖະກິດ-ການຄ້າ

 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...