Homeນານາສາລະຄ້າຂາຍມັກຂາດທຶນ, ເຮັດວຽກກໍ່ບໍ່ມີຄວາມກ້າວໜ້ານຳເພິ່ນຈັກເທື່ອ! ເປັນຍ້ອນຫຍັງຄວນອ່ານ

ຄ້າຂາຍມັກຂາດທຶນ, ເຮັດວຽກກໍ່ບໍ່ມີຄວາມກ້າວໜ້ານຳເພິ່ນຈັກເທື່ອ! ເປັນຍ້ອນຫຍັງຄວນອ່ານ

Published on

ວັນນີ້ເຮົາຈະມາເວົ້າ ກ່ຽວກັບເລື່ອງຂອງເວນກຳ ສຳລັບຄົນທີ່ຄ້າຂາຍ ຫຼື ເຮັດທຸລະກິດມັກຂາດທຶນ ບໍ່ຄ່ອຍມີຄົນສະໜັບສະໜູນ ເຖິງແມ່ນວ່າຈະໃຊ້ຫຼັກການຕະຫຼາດມາເຂົ້າຊ່ວຍແລ້ວກໍ່ຕາມ ມັນຍັງຂາດທຶນໄປບໍ່ຫຼອດຢູ່ ຫຼື ຄົນທີ່ຕັ້ງໃຈເຮັດວຽກຢ່າງຫ້າວຫັນ ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍສຳເລັດຕະຫຼອດ ແຕ່ກັບບໍ່ໄດ້ຮັບຜົນງານທີ່ຄວນຈະໄດ້ ບໍ່ມີຄວາມກ້າວໜ້າໃນວຽກງານຄືກັບຄົນອື່ນ ເຮັດວຽກໜັກໄດ້ເງິນໜ້ອຍ ເຮັດດີພຽງໃດກໍ່ຍັງບໍ່ວ່າດີ ແຖມຍັງຖືກຕຳນິຫຼາຍກວ່າຄຳຍ້ອງຍໍອີກຊ້ຳ ມັນເປັນຍ້ອນຫຍັງ ເຊື່ອວ່າຫຼາຍຄົນເຄີຍຕັ້ງຄຳຖາມນີ້?…ເປັນຍ້ອນເວນກຳແຕ່ຊາດທີ່ແລ້ວ ຫຼື ບໍ່?…ໜ້າຄິດ

ແອັດມິນໄດ້ໄປອ່ານພົບທີ່ເວັບໄຊໜຶ່ງຊື່ວ່າ www.dek-d.com ໃນຫົວບົດ “ການຫຼຸດເວນກຳ 45 ຢ່າງ” ມັນເປັນຫົວບົດທີ່ໜ້າສົນໃຈ ເລີຍນຳມາຝາກແຟນເພສ ຈັກໜຶ່ງຫົວຂໍ້ ເຊິ່ງເວົ້າກ່ຽວກັບ ຄ້າຂາຍຂາດທຶນ ເຮັດວຽກບໍ່ມີຄວາມກ້າວຈະເລີນກ້າວໜ້າ ເກີດຈາກເວນກຳຫຍັງ ແລະ ຈະຫຼຸດເວນກຳນີ້ແນວໃດມາຝາກກັນ ແຕ່ຂໍບອກວ່າ ເລື່ອງແບບນີ້ເປັນຄວາມເຊື່ອສ່ວນບຸກຄົນ ຫາກຜູ້ບໍ່ເຊື່ອກໍ່ບໍ່ຄວນລົບລູ່ ໃຫ້ອ່ານເປັນສິ່ງບັນເທີງເທົ່ານັ້ນ

ຄົນປະເພດນີ້ມີເວນກຳມາຈາກ: ເຄີຍລົບຫລູ່ເຈົ້າທີ່ເຈົ້າທາງ

ວິທີຫຼຸດກຳ: ຕັ້ງໝັ້ນໃນສິນ 5, ໝັ່ນເຮັດບຸນໃສ່ບາດ, ຖວາຍສັງຂະທານ, ບູຊາເຈົ້າທີ່ເຈົ້າທາງ ໝັ່ນສວດມົນບົດຄາຖາພຣະຊິນນະບັນຊອນ

ເມື່ອອ່ານຈົບແລ້ວກໍ່ຄິດພິຈາລະນາເບິ່ງ ວ່າມັນແມ່ນ ຫຼື ບໍ່ ຖ້າບໍ່ແມ່ນກໍ່ແລ້ວໄປ ຢ່າຄິດຫຼາຍ ເອົາເປັນວ່າເຮົາຈົ່ງເຊື່ອໝັ້ນໃນການເຮັດດີຂອງຕົນເອງ ເພາະເຖິງເຮັດດີແລ້ວເຮົາຍັງບໍ່ໄດ້ດີຄືເພິ່ນ ແຕ່ຢ່າງໜ້ອຍເຮົາກໍ່ບໍ່ໄດ້ເຮັດໃຫ້ຕົວເຮົາ ແລະ ຄົນອື່ນເດືອດຮ້ອນ ຂໍໃຫ້ທຸກຄົນໂຊກດີ

 

ທີ່ມາຈາກ: http://www.dek-d.com/

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...