spot_img
HomeBaby-ແມ່ແລະເດັກພໍ່ແມ່ຄວນຮູ້! 3 ເຄັດລັບທີ່ເຮັດໃຫ້ລູກມີເງິນແສນເງິນລ້ານເພື່ອອານາຄົດທີ່ດີ

ພໍ່ແມ່ຄວນຮູ້! 3 ເຄັດລັບທີ່ເຮັດໃຫ້ລູກມີເງິນແສນເງິນລ້ານເພື່ອອານາຄົດທີ່ດີ

Published on

ອານາຄົດຂອງລູກເປັນສິ່ງທີ່ສຳຄັນທີ່ສຸດຂອງພໍ່ແມ່ ສະນັ້ນຖ້າຢາກໃຫ້ລູກມີເງິນເກັບເງິນທ້ອນ ເພື່ອນຳໄປໃຊ້ໃນການສຶກສາ ແລະ ນຳໄປຕໍ່ຍອດໃນອານາຄົດໄດ້ ຜູ້ເປັນພໍ່ແມ່ ຕ້ອງໄດ້ຝຶກວິໄນ ການໃຊ້ຈ່າຍເງິນໃຫ້ລູກແຕ່ຍັງ ແລະ ຈະເຮັດແນວໃດນັ້ນ ເຮົາມາອ່ານເລີຍ

1. ໄລຍະທີ່ລູກຮຽນຊັ້ນປະຖົມ: ຝຶກໃຫ້ລູກທ້ອນເງິນຈາກການຫັກຄ່າເຂົ້າໜົມມ້ຽນໄວ້ບາງສ່ວນ

2. ໄລຍະລູກຮຽນມັດທະຍົມ: ສະໜັບສະໜູນລູກໃຫ້ຫາວຽກພິເສດເຮັດເພື່ອຫາລາຍຮັບເພີ່ມ ນີ້ເປັນການຝຶກໃຫ້ລູກຮູ້ຈັກຄຸນຄ່າຂອງເງິນໄປໃນໂຕ

3. ຊ່ວງລູກຮຽນມະຫາວິທະຍາໄລ: ແນະນຳແນວທາງ ແລະ ສອນໃຫ້ລູກຮູ້ຈັກການເຮັດທຸລະກິດສ່ວນຕົວ ຫາກທ່ານມີເງື່ອນໄຂກໍ່ລອງລົງທຶນໃຫ້ລູກຈັກກ້ອນໜຶ່ງ ເພື່ອໃຫ້ລູກໄດ້ເຮັດທຸລະກິດທີ່ລູກຢາກເຮັດ ນີ້ເປັນການຝຶກໃຫ້ລູກມີຄວາມຮັບຜິດຊອບໃນໜ້າທີ່ວຽກງານ ແລະ ຮູ້ວິທີການຄຸ້ມຄອງການໃຊ້ຈ່າຍເງິນຫຼາຍຂຶ້ນ

 

ທີ່ມາ: http://th.theasianparent.com/

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...