spot_img
Homeຂ່າວການພັດທະນາໂຮງໝໍມິດຕະພາບ ກຽມຄວາມພ້ອມ ຮັບໃຊ້ກອງປະຊຸມສຸດຍອດອາຊຽນ

ໂຮງໝໍມິດຕະພາບ ກຽມຄວາມພ້ອມ ຮັບໃຊ້ກອງປະຊຸມສຸດຍອດອາຊຽນ

Published on

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28-29 ທີ່ ສປປ ລາວ ເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນຕົ້ນເດືອນກັນຍານີ້, ມາຮອດປັດຈຸບັນ ອະນຸກຳມະການແຕ່ລະພາກສ່ວນຕ່າງໆ ພວມຂຸ້ນຂ້ຽວກະກຽມຄວາມພ້ອມຂອງຕົນເພື່ອຕ້ອນຮັບກອງປະຊຸມສຳຄັນດັ່ງກ່າວຢ່າງຫ້າວຫັນ
ທ່ານ ດຣ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ຄະນະອະນຸກຳມະການສາທາລະນະສຸກ ເພື່ອຮັບ ໃຊ້ກອງປະຊຸມສຸດຍອດອາຊຽນ ໄດ້ໃຫ້ສຳພາດກ່ຽວກັບ ຄວາມກຽມພ້ອມຂອງໂຮງໝໍວ່າ: ໃນການກະກຽມໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ທີ່ ສປປ ລາວ ເປັນເຈົ້າພາບນີ້ ໂດຍສະເພາະ ໂຮງໝໍມິດຕະພາບ, ຄະນະ ພັກ, ຄະນະອຳນວຍການ ຕະຫຼອດຮອດພະນັກງານ-ລັດຖະກອນທຸກຄົນ ຕ່າງກໍມີຄວາມຈູບຈ້າວຫ້າວຫັນກຽມພ້ອມໃນການປະຕິບັດໜ້າທີ່, ເພື່ອຮັບປະກັນໃຫ້ກັບວຽກງານຢ່າງຕັ້ງໜ້າ. ພວກຂ້າພະເຈົ້າ ໄດ້ມີການແຕ່ງຕັ້ງຄະນະກຳມະການຮັບຜິດຊອບຂັ້ນໂຮງໝໍ ໂດຍແຕ່ງຕັ້ງບຸກຄະລາກອນ ເວນຍາມຕ້ອນຮັບທຸກກໍລະນີ ສຸກເສີນຕະຫຼອດ 24 ຊົ່ວໂມງ, ກະກຽມຮັບປະກັນອຸປະກອນ ເຄື່ອງມືການແພດເປັນຕົ້ນ ເຄື່ອງຈັກບົ່ງມະຕິ, ເຄື່ອງລັງສີ, ເຄື່ອງສະແກນເນີ, ເຄື່ອງ MRI, ເຄື່ອງມືຜ່າຕັດ ແລະ ເຄື່ອງມືຮັບໃຊ້ຕ່າງໆ ໃຫ້ມີຄວາມກຽມພ້ອມ. ທາງດ້ານສະຖານຮອງ ຮັບຄົນເຈັບໄລຍະກອງປະຊຸມ ແມ່ນໄດ້ມີການຈັດຕຽມຫ້ອງ, ຫ້ອງສຸກເສີນ (ຫ້ອງນອນສຸກເສີນ 2 ຫ້ອງ), ຫ້ອງນອນຄົນ ເຈັບມີປະມານ 5-10 ຕຽງ ແລະ ຫ້ອງໄອຊີຢູ (ICU), ພ້ອມນີ້ ກໍໄດ້ຈັດຕັ້ງຄະນະກຳມະການປະສານງານລະຫວ່າງໂຮງໝໍ, ກະຊວງສາທາລະນະສຸກ ແລະສະຖານທີ່ກອງປະຊຸມ, ຈຸດຕ່າງໆຂອງຜູ້ແທນໄດ້ມີການຝຶກອົບຮົມໃຫ້ ພະນັກງານແພດໝໍ ໃນຂະແໜງງການຕ່າງໆ ເພື່ອເຮັດໃຫ້ການບໍລິການຮັບໃຊ້ກອງປະຊຸມສຸດຍອດອາຊຽນຄັ້ງນີ້ ໄດ້ຮັບຜົນດີ

ມາຮອດປັດຈຸບັນນີ້ຖືໄດ້ ວ່າໂຮງໝໍມິດຕະພາບ ແມ່ນໜຶ່ງໃນໂຮງໝໍທີ່ມີຄວາມກຽມພ້ອມເຊິ່ງທ່ານ ສະໜອງ ທອງຊະນະ ໄດ້ສະແດງຄວາມຮູ້ສຶກວ່າ: ຂ້າພະເຈົ້າມີຄວາມພາກພູມໃຈ ແລະມີກຽດທີ່ໄດ້ ຖືກແຕ່ງຕັ້ງໃນຄະນະກຳມະ ການດ້ານສາທາລະນະສຸກ ຮັບໃຊ້ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 28-29 ນີ້ ຕົນເອງພ້ອມດ້ວຍແພດໝໍທຸກຄົນ ຈະພ້ອມກັນໃນການປະຕິບັດໜ້າທີ່ ທີ່ຖືກມອບໝາຍໃຫ້ສຳເລັດຜົນຕາມລະດັບຄາດໝາຍ

ທີ່ມາ: ຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ifram FBPictpost ຮູບພາບລາວໂພສຕ໌

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...