spot_img
Homeຂ່າວທ້ອງຖິ່ນນ້ຳຖ້ວມຢູ່ແຂວງຫລວງພະບາງ ກະທົບໜັກຫລາຍຮ້ອຍຄອບຄົວ ຮຽກຮ້ອງທົ່ວສັງຄົມ ໃຫ້ການຊ່ວຍເຫລືອ!

ນ້ຳຖ້ວມຢູ່ແຂວງຫລວງພະບາງ ກະທົບໜັກຫລາຍຮ້ອຍຄອບຄົວ ຮຽກຮ້ອງທົ່ວສັງຄົມ ໃຫ້ການຊ່ວຍເຫລືອ!

Published on

ຂປລ. ​ໃນ​ອາທິດ​ຜ່ານ​ມາ ​ໄດ້​​ເກີດມີ​ຝົນຕົກ​ໜັກຕິດ​ຕໍ່​ກັນ​ຫລາຍ​ວັນ ສົ່ງ​ຜົນ​ເຮັດ​ໃຫ້​ແມ່​ນ້ຳ​ສາຍ​ຕ່າງໆ ຍຶ່ງຂຶ້ນ​ສູງກາຍ​ເຂດ​ລະວັງ​ໄພ​ ໄຫລ​ເຂົ້າ​ຖ້ວມບ້ານ​ເຮືອນ ​ແລະ ​ເນື້ອ​ທີ່ທຳ​ການ​ຜະລິດຂອງ​ປະຊາຊົນ ຢູ່​ແຂວງ​ຫລວງ​ພະ​ບາງ ​​ເສຍ​ຫາຍເປັນ​ບໍລິ​ເວນ​ກວ້າງ ​ເປັນ​ຕົ້ນ ຢູ່​ເມືອງ​ຊຽງ​ເງິນ, ​ເມືອງ​ໂພນ​ໄຊ ​ແລະ ​ເມືອງ​ປາກ​​ແຊງ ມາ​ຮອດ​ປັດຈຸບັນ ລະດັບ​ນ້ຳ​​ໄດ້ຫລຸດ​ລົງ​ສູ່​ສະພາບ​ປົກກະຕິ​ແລ້ວ, ແຕ່ກໍຍັງມີບາງເຂດ ທີ່ຈະຕ້ອງໄດ້ເຝົ້າລະວັງ ​ເນື່ອງ​ຈາກ​ວ່າ​ຝົນ​ຍັງ​ສືບ​ຕໍ່​ຕົກ​ຢູ່​, ສ່ວນ​ມູນ​ຄ່າ​ຜົນ​ເສຍ​ຫາຍ ພາກສ່ວນ​ກ່ຽວຂ້ອງ ພວມ​ລົງ​​ເກັບ​ກຳ​ຂໍ້​ມູນ​ຕົວ​ຈິງ.

ອີງຕາມ​ການ​ລາຍ​ງານ​ຂອງ ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ ​ແຂວງ​ຫລວງ​ພະ​ບາງ ​ໃຫ້​ຮູ້​ວ່າ: ​ໃນ​ລະຫວ່າງ ​ວັນ​ທີ 19-20 ສິງຫາ​ນີ້, ຝົນ​ໄດ້​ຕົກ​ຕິດ​ຕໍ່​ກັນ​ຫລາຍ​ວັນ ​ເຮັດ​ໃຫ້​ແມ່​ນໍ້າສາຍ​ຕ່າງໆຍຶ່ງຂຶ້ນ​ຖ້ວມ​ບ້ານ​ເຮືອ​ນ ​ແລະ ​ເນື້ອ​ທີ່​ທຳ​ການ​ຜະລິດຂອງ​ປະຊາຊົນ ຢູ່​ແຂວງ​ຫລວງ​ພະ​ບາງ​ ​ເສຍ​ຫາຍ​ເປັນ​ບໍລິ​ເວນ​ກວ້າງ ​ເປັນ​ຕົ້ນເມືອງປາກແຊງ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງໃຫ່ຍ ໃນຮອບຫລາຍປີ ນ້ຳ​ໄດ້ຍື່ງຂຶ້ນຖ້ວມບ້ານເຮືອນຂອງປະຊາຊົນ ໃນ 15 ບ້ານ, ມີ 108 ຄອບຄົວ, ສັດລ້ຽງ ແລະ ຜົນຜະລິດຂອງປະຊາຊົນ ເສຍຫາຍເປັນຈຳນວນຫລາຍ, ເສັ້ນທາງຖືກຕັດຂາດ 3 ເສັ້ນ, ໂດຍສະເພາະແມ່ນເສັ້ນທາງເຊື່ອມຕໍ່ ຫາເມືອງວຽງຄຳ ແລະ ເສັ້ນທາງເຂົ້າຫາບ້ານປະຊາຊົນ. ຕາມການເກັບກຳຂໍ້ມູນເບື້ອງຕົ້ນ ມູນຄ່າເສຍຫາຍ ປະມານ  2 ຕື້ກ່ວາກີບ. ສ່ວນ​ຢູ່​ເມືອງໂພນໄຊ ນ້ຳ​ໄດ້ຍຶ່ງຂຶ້ນ​ຖ້ວມບ້ານເຮືອນຂອງປະຊາຊົນ ໃນ 7 ກຸ່ມບ້ານພັດທະນາ ແລະ 1 ບ້ານໃຫ່ຍ ຈຳນວນ 166 ຄອບຄົວ, ໃນນີ້ ມີເຮືອນທີ່ຖືກນ້ຳຊຸໄຫລ ຈຳນວນ 10 ຫລັງຄາເຮືອນ, ພື້ນຖານໂຄງລ່າງທີ່ຈໍາເປັນ ໄດ້ຮັບຜົນເສຍຫາຍ ເຊັ່ນ: ລະບົບໄຟຟ້າ, ນ້ຳປະປາ, ນ້ຳລີນ, ເສັ້ນທາງຫລາຍຈຸດ ຖືກຕັດຂາດ, ປະຊາຊົນຫລາຍຄອບຄົວ ຂາດນ້ຳກິນ, ນ້ຳໃຊ້, ສະບຽງອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ທີ່ຈຳເປັນ ​ແລະ ອື່ນໆ. ນອກ​ນັ້ນ, ຢູ່​ເມືອງ​ຊຽງ​ເງິນ ກໍ​ໄດ້​ຮັບ​ຜົນ​ກະທົບ​ເຊັ່ນ​ດຽວ​ກັນ ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ ພວມ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ​ໃນ​ເບື້ອງ​ຕົ້ນ ສ່ວນ​ມູນ​ຄ່າ​ຜົນ​ເສຍ​ຫາຍ ພາກສ່ວນ​ກ່ຽວຂ້ອງ ພວມ​ດຳ​ເນີນ​ການ​ເກັບ​ກຳ​ຂໍ້​ມູນ.

ຕໍ່ກັບສະພາບການດັ່ງກ່າວ, ການນຳ​ແຂວງ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງບັນດາເມືອງ ລົງເກັບກຳຂໍ້ມູນລະອຽດ ຢູ່ບັນດາບ້ານທີ່ຖືກຜົນກະທົບ, ປຸກລະດົມ ທຸກພາກສ່ວນ​ໃນ​ສັງຄົມ ເພື່ອໃຫ້ການຊ່ວຍເຫລືອ, ໂດຍສະເພາະແມ່ນພາກສ່ວນກ່ຽວຂ້ອງ ຂອງແຂວງ ແລະ ສູນກາງ ລວມທັງບັນດາຫົວໜ່ວຍທຸລະກິດ ຈົ່ງພ້ອມກັນໃຫ້ການຊ່ວຍເຫລືອແກ່ປະຊາຊົນ ທີ່ຖືກຜົນກະທົບໃຫ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...