Homeຂ່າວການພັດທະນາສປປ ລາວ ຈະສູ້ຊົນເຮັດໃຫ້ ຄອບຄົວທຸກຍາກ ຫລຸດລົງຕ່ຳກວ່າ 6,11% ພາຍໃນປີ 2016 ນີ້!

ສປປ ລາວ ຈະສູ້ຊົນເຮັດໃຫ້ ຄອບຄົວທຸກຍາກ ຫລຸດລົງຕ່ຳກວ່າ 6,11% ພາຍໃນປີ 2016 ນີ້!

Published on

ຂປລ. ສປປ ລາວ ຈະ​ສູ້​ຊົນ​ເຮັດ​ໃຫ້​ ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ ຫລຸດ​ລົງ​ຕ່ຳກວ່າ 6,11% ຂອງ​ຄອບຄົວ​ທັງໝົດ ​ແລະ ອັດຕາ​ບ້ານ​ທຸກ​ຍາກ ຫລຸດ​ຕ່ຳ​ກວ່າ 18,38% ຂອງ​ຈຳນວນ​ບ້ານ​ທົ່ວ​ປະ​ເທດ ​ໃນ​ປີ 2016 ​ໂດຍ​ສືບຕໍ່ນຳ​ເອົາ ​ແນວທາງ​ນະ​ໂຍບາຍ ​ແລະ ມະຕິ​ຄຳ​ສັ່ງ​ຂອງ​ພັກ–ລັດ ​ລົງ​ສູ່​ຮາກ​ຖານ ​ເພື່ອ​ສຸມ​ວຽກ​ງານ ​ການ​ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະນາຕາມ 4 ​ເນື້ອ​​ໃນ 4 ຄາດໝາຍ ​ໄປ​ຄຽງ​ຄູ່​ກັບ​ວຽກ​ງານ 3 ສ້າງ ​​ໂດຍ​ເລັ່ງ​ໃສ່​ຕ້ານ​ປະກົດ​ການ​ຫຍໍ້​ທໍ້​ຢູ່​ໃນ​ບ້ານ ​ແລະ ​ເມືອງ​ຕ່າງໆ ​ເຮັດ​ໃຫ້​ພື້ນຖານການ​ເມືອງ​ມີ​ຄວາມ​ສະຫງົບ, ເປັນ​ລະບຽບຮຽບຮ້ອຍ, ປະຊາຊົນ​ມີ​ຄວາມ​ກະຕືລືລົ້ນ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ນັບ​ມື້​ດີ​ຂຶ້ນ​​ເທື່ອ​ລະ​ກ້າວ.

ທ່ານ ຄຳ​ລຽນ ພົນ​ເສນາ ຮອງ​ລັດຖະມົນຕີ​ ກະຊວງ​ແຜນການ ​ແລະ ການ​ລົງທຶນ ກ່າວ​ໃນ​ກອງ​ປະຊຸມຄົບ​ຄະນະ​ຂອງ​ ກຳມາ​ທິການ ​ແຜນການການ​ເງິນ​ ແລະ ການກວດ​ສອບ (ກຜງສ) ​ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່ນະຄອນຫລວງ​ວຽງ​ຈັນວ່າ: ປັດຈຸບັນ ບ້ານ​ທຸກ​ຍາກຍັງ​ເຫລືອ 1.680 ກວ່າ​ບ້ານ, ​ເທົ່າ​ກັບ 19,95%,ອັດ​ຕາ​ຄອບຄົວ​ທຸກ​ຍາກ ຍັງ​ເຫລືອ 6,59% (​ປີ 2015), ​ໄດ້​ປະກາດ​ເມືອງ​ຫລຸດ​ພົ້ນອອ​ກຈາກ​ບັນຊີ 47 ​ເມືອງ​ທຸກ​ຍາກ​ທີ່​ສຸດ ​ໄດ້ 14 ​ເມືອງ ​ຄື: ​ເມືອງ​ບໍລິ​ຄັນ, ຄຳ​ເກີດ ​ແລະ ​ເມືອງວຽງ​ທອງ ແຂວງ​ບໍລິ​ຄຳ​ໄຊ, ​ເມືອງ​ຄູນ, ​ເມືອງ​ໜອງ​ແຮດ ​ແຂວງ​ຊຽງ​ຂວາງ, ​ເມື​ອງທ່າ​ໂທມ ​ແຂວງ​ໄຊ​ສົມບູນ, ​ເມືອງ​ບາ​ຈຽງ, ສຸ​ຂຸມ​ມາ ​ແຂວງຈຳປາ​ສັກ, ​ເມືອງ​ນາ​ກາຍ ​ແຂວງ​ຄຳ​ມ່ວນ, ​ເມືອງ​ສັງ​ທອງ ນະຄອນຫລວງ​ວຽງ​ຈັນ, ​ເມືອງ​ພູ​ຄູນ ​ແຂວງຫລວງ​ພະ​ບາງ, ​ເມືອງ​ວິລະ​ບູລີ ​ແລະ ​ເມືອງ​ພິນ ​ແຂວງ​ສະຫວັນ​ນະ​ເຂດ, ​ເມືອງ​ໄຊ​ຍະ​ບູລີ ​ແຂວງ​ໄຊ​ຍະ​ບູລີ. ພ້ອມ​ນີ້, ຍັງ​ສາມາດ​ສ້າງ​ບ້ານ (ທີ່​ນອນ​ຢູ່​ໃນ 167 ຈຸດ​ຈັດ​ສັນພູມລຳ​ເນົາ) ເປັນ​ຕົວ​ເມືອງ​ໃນ​ຊົນນະບົດໃນ​ຕໍ່ໜ້າ​ໄດ້ 8 ບ້ານ, ມີ 6 ບ້ານ ​ໄດ້​ປະກາດ​ເປັນ​ຕົວ​ເມືອ​ງ​ໃນ​ຊົນນະບົດຄື: ບ້ານ​ນາ​ຫລາ ເມືອງ​ໄຊ​ຍະ​ບູລີ, ບ້ານ​ບວມ​ເລົາ-​ຜາ​ແກ້ວ, ບ້ານ​ເມືອ​ງປາ ​ເມືອງ​ປາກ​ລາຍ ​ແຂວງ​ໄຊ​ຍະ​ບູລີ, ບ້ານ​ຜາ​ເມືອງ ​ເມືອງ​ບໍລິ​ຄັນ ​ແຂວງ​ບໍລິ​ຄຳ​ໄຊ, ບ້ານຫ້ວຍ​ກອງ ​ເມືອງ​ປາກ​ຊ່ອງ ​ແລະ ບ້ານ​ນາ​ດີ ​ເມືອງ​ມູນ​ລະ​ປະ​ໂມກ ​ແຂວງ​ຈຳ​ປາສັກ.

 

ແຫລ່ງຂ່າວ:

ຂປລ

 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...