Homeນານາສາລະວິທີໄລ່ແມງວັນ ທີ່ປາສະຈາກສານເຄມີ

ວິທີໄລ່ແມງວັນ ທີ່ປາສະຈາກສານເຄມີ

Published on

ແມງວັນ ເປັນພາຫະນຳເຊື້ອ ພະຍາດຫລາຍຊະນິດ ມາສູ່ຄົນເຮົາ ແລະ ເປັນສິ່ງທີ່ທຸກຄົນ ບໍ່ເພິ່ງປາຖະໜາ ໃຫ້ມີຢູ່ຕາມບ້ານ ເຮືອນຂອງຕົນ, ສະນັ້ນຄໍລຳ ສຶກສາຫາຄວາມຮູ້ ຈຶ່ງນຳເອົາວິ ທີໄລ່ແມງວັນໃຫ້​ຮູ້, ໂດຍບໍ່ຕ້ອງນຳ ໃຊ້ສານເຄມີ ນຳສະເໜີທັງນີ້ກໍ ເພື່ອເຮັດໃຫ້ການດຳລົງຊີວິດ ຂອງໝົດທຸກຄົນຖືກຕ້ອງ ຕາມຫລັກອະນາໄມ ແລະ ປອດໄພຈາກສານເຄມີ ຕົກຄ້າງ.

ວີທີທີໜຶ່ງ:

1.ໃຊ້ນ້ຳຢາລ້າງຖ້ວຍ ປະສົມກັບນ້ຳ ໃນປະລິມານເທົ່າໆ ກັນ1/1 ຈາກນັ້ນກໍ ນຳສ່ວນປະສົມ ໄປສີດໃສ່ແມງວັນ.

2. ແມ່ນໃຊ້ພິກໄທ ປົ່ນປະສົມກັບນ້ຳຕານ ເຊື່ອມໜຽວໆໂດຍ ປະສົມກັນ ໃຫ້ເປັນເນື້ອໜຽວໆ ແລ້ວນຳໄປຕິດ ລົງແຜ່ນເຈ້ຍ ໜັງສືພີມເກົ່າ ເພື່ອວາງລໍ້ແມງວັນ ຈາກນັ້ນເມື່ອແມງວັນບິນ ມາຕອມພິດເຜັດຮ້ອນ ຂອງພິກໄທ ກໍຈະເຮັດໃຫ້ແມງວັນຕາຍ.

3. ໃຊ້ຢາງພາລາ ສົດປະສົມກັບ ນ້ຳມັນພືດ ໃຫ້ມີຄວາມມື່ນ  ແລະ ໜຽວຈາກນັ້ນ ໃສ່ພາຊະນະ ຫລື ຕິດລົງແຜ່ນເຈ້ຍແລ້ວ ເອົາເຫຍື່ອລໍ້ວາງໃສ່ເຊັ່ນ: ອາຫານບູດເມື່ອແມງວັນມາຕອມ ກໍ່ຈະຕິດ.

4. ໃຊ້ນ້ຳສົ້ມສາຍຊູ ປະສົມກັບນ້ຳແລ້ວ ນຳໄປສີດ ຫລືທາບໍລິເວນ ມຸ້ງລວດ ແລະ ຈຸດທີ່ມີແມງວັນ ມັກຕອມນ້ຳສົ້ມສາຍຊູ ຈະເຮັດໃຫ້ແມງວັນ ຫລີກລ່ຽງ ແລະ ບິນໜີໄປທາງ ອື່ນ.

5. ປອກກະທຽມ ແລ້ວນຳໄປໃສ່ໝໍ້ ທີ່ນ້ຳກຳລັງຟົດ ຈາກນັ້ນນຳງ່າໄມ້ນ້ອຍໆ ມາແຊ່ລົງປະໄວ້ຈົນແນ່ໃຈ ວ່າກິ່ນກະທຽມ ຕິດງ່າໄມ້ໄດ້ດົນ ແລ້ວກໍ່ນຳໄປ ປັກໄລ່ແມງ ວັນໃນຈຸດ ຕ່າງໆ, ກິ່ນຂິວຂອງກະທຽມ ຈະເຮັດໃຫ້ແມງວັນບໍ່ຢາກເຂົ້າໃກ້.

 

ທີ່ມາ: http://kpl.gov.la/detail.aspx?id=16240

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...